“ອິນໂດນີເຊຍ” ອົບພະຍົບຫຼາຍກວ່າລ້ານຄົນ! ຫຼັງເກີດນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ມີຜູ້ເສຍຊີວິດເກີນ 600 ຄົນ
“ອິນໂດນີເຊຍ” ອົບພະຍົບຫຼາຍກວ່າລ້ານຄົນ! ຫຼັງເກີດນ້ຳຖ້ວມຄັ້ງໃຫຍ່ ເຮັດໃຫ້ມີຜູ້ເສຍຊີວິດເກີນ 600 ຄົນ
kaling
ເຜີຍແຜ່: 3 December 2025, 09:27
ປັບປຸງຫຼ້າສຸດ: 3 December 2025, 09:27
ອ່ານ 62 ຄັ້ງ

ເນື່ອງຈາກອຸທົກພິບັດແລະດິນຖະລົມຄັ້ງໃຫຍ່ໃນເກາະສຸມາຕຣາ ປະເທດອິນໂດນີເຊຍ ສະຖານະການທວີຄວາມຮຸນແຮງຢ່າງຕໍ່ເນື່ອງ. ລ່າສຸດ ສຳນັກງານບັນເທົາພິບັດອິນໂດນີເຊຍລາຍງານວ່າ ຈຳນວນຜູ້ເສຍຊີວິດເພີ່ມເຖິງ 631 ຄົນ ໃນຂະນະທີ່ປະຊາຊົນກວ່າ 1 ລ້ານຄົນ ຕ້ອງອົບພະຍົບອອກຈາກພື້ນທີ່ສ່ຽງອັນຕະລາຍ.
ຕະຫຼອດອາທິດນີ້ ຫຼາຍປະເທດໃນອາຊີປະສົບຝົນມະສຸມໜັກແລະພາຍຸໂຊນຮ້ອນ ສົ່ງຜົນໃຫ້ມີຜູ້ເສຍຊີວິດລວມກວ່າ 1,160 ຄົນ ໃນອິນໂດນີເຊຍ, ສີລັງກາ ແລະພາກໃຕ້ຂອງໄທ. ໂຄງສ້າງພື້ນຖານຫຼາຍສ່ວນໄດ້ຮັບຄວາມເສຍຫາຍ ແລະເມືອງຫຼາຍແຫ່ງຖືກນ້ຳຖ້ວມຈົມມິດ.
ສະເພາະໃນອິນໂດນີເຊຍ ມີປະຊາຊົນໄດ້ຮັບຜົນກະທົບຫຼາຍເຖິງ 3.2 ລ້ານຄົນ, ບາດເຈັບ 2,600 ຄົນ ແລະຍັງສູນຫາຍອີກ 472 ຄົນ. ທີມກູ້ໄພຍັງຄົງເຮັດວຽກພາຍໃຕ້ຂໍ້ຈຳກັດຈາກຖະໜົນທີ່ຖືກຕັດຂາດ ແລະສະພານທີ່ພັງທະລາຍ ໂດຍຫຼາຍພື້ນທີ່ທາງຕອນເໜືອຂອງສຸມາຕຣາຍັງບໍ່ສາມາດເຂົ້າເຖິງໄດ້ທາງຖະໜົນ.
ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ


