ເບິ່ງດວງປະຈຳວັນທີ 19/10/2026.


ຄົນເກີດວັນອາທິດ
ການງານ: ມີເກນຂັດແຍ່ງກັບໝູ່ຮ່ວມງານ ເນື່ອງຈາກມີຄວາມຄິດເຫັນບໍ່ກົງກັນ.
ການເງິນ: ບໍ່ມີເງິນເຫຼືອເກັບ ເພາະມີແຕ່ລາຍຈ່າຍ. ຄວນເຮັດບຸນຖວາຍສັງຄະທານ ເພື່ອແກ້ເຄັດຕາມຄວາມເຊື່ອ.
ຄົນເກີດວັນຈັນ
ການງານ: ຄົນຮອບຂ້າງຕ່າງກໍຄາດຫວັງໃນຕົວທ່ານໄວ້ສູງ ຈຶ່ງເຮັດໃຫ້ທ່ານຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ.
ການເງິນ: ເຖິງແມ່ນວ່າສະພາບການເງິນຈະດຳເນີນໄປໄດ້ດີ ແລະຮາບລື່ນ ແຕ່ກໍບໍ່ຄວນປະໝາດເດັດຂາດ!
ຄົນເກີດວັນອັງຄານ
ການງານ: ມີເກນຕ້ອງເມື່ອຍລ້າກັບການເຮັດວຽກ ແຕ່ຜົນຕອບແທນທີ່ໄດ້ຮັບນັ້ນຄຸ້ມຄ່າຫຼາຍ.
ການເງິນ: ເສຍເງິນໄປກັບການຊື້ສິ່ງຂອງທີ່ທ່ານປາຖະໜາ ຫຼືຢາກໄດ້ມາດົນແລ້ວ.
ຄົນເກີດວັນພຸດ
ການງານ: ເຮັດດີໄດ້ ແຕ່ຢ່າເດັ່ນຈົນເກີນໄປ ບໍ່ດັ່ງນັ້ນ ອາດເຮັດໃຫ້ຄົນຮອບຂ້າງອິດສາ ແລະຄິດຫາທາງກັ່ນແກ້ງ ຫຼືຂັດຂວາງຄວາມກ້າວໜ້າຂອງທ່ານ.
ການເງິນ: ມີເກນໄດ້ຮັບຄ່າຕອບແທນຈາກການເຮັດວຽກຫຼາຍເປັນພິເສດ.
ຄົນເກີດວັນພະຫັດ
ການງານ: ໂອກາດທອງຂອງທ່ານມາຮອດແລ້ວ! ຖ້າຈະສະເໜີວຽກ ຫຼືຕິດຕໍ່ປະສານງານເລື່ອງໃດ ກໍມີເກນຈະປະສົບຜົນສຳເລັດ ໄດ້ດັ່ງໃຈປາຖະໜາທຸກປະການ.
ການເງິນ: ຕ້ອງຍອມເມື່ອຍ ແລະອົດທົນກັບການເຮັດວຽກ ແຕ່ຈະໄດ້ຮັບຜົນຕອບແທນທີ່ຄຸ້ມຄ່າ.
ຄົນເກີດວັນສຸກ
ການງານ: ຫຼັງຈາກທີ່ທ່ານຕ້ອງພົບພໍ້ກັບອຸປະສັກຫຼາຍຢ່າງ ກໍເຮັດໃຫ້ທ່ານເລີ່ມມີທັກສະ ແລະຄວາມຊຳນານໃນການເຮັດວຽກຫຼາຍຂຶ້ນ.
ການເງິນ: ມີລາຍຮັບເຂົ້າມາຫຼາຍ ແຕ່ກໍມີລາຍຈ່າຍຫຼາຍເຊັ່ນກັນ.
ຄົນເກີດວັນເສົາ
ການງານ: ຄວາມພາກພຽນ ແລະຄວາມອົດທົນ ຈະນຳພາທ່ານໄປສູ່ຄວາມສຳເລັດຕາມທີ່ປາຖະໜາໄວ້.
ການເງິນ: ສະພາບການເງິນຮາບລື່ນດີ ບໍ່ມີບັນຫາຫຍັງ. ແຕ່ທາງທີ່ດີ ໃນຊ່ວງນີ້ຄວນຫຼີກລ່ຽງການລົງທຶນ ຫຼື ການສ່ຽງໂຊກໄປກ່ອນ.

