ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຄະນະຜູ້ແທນ ສ ເກົາຫຼີ ເຂົ້າຢ້ຽມຂ່ຳນັບ

ໃນວັນທີ 19 ຕຸລານີ້ ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນ ສ ເກົາຫຼີ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE) ຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສ ເກົາຫຼີ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມພົບປະນັກທຸລະກິດ ລາວ-ເກົາຫຼີ ຄັ້ງທີ 2.

ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະດັ່ງກ່າວ ຊຶ່ງຖືເປັນຂີດໝາຍສຳຄັນໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ເວົ້າລວມ, ເວົ້າສະເພາະ ຈະເປັນກຳລັງແຮງສຳຄັນ ໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ການພັດທະນາ SMEs ໃຫ້ມີຜົນສຳເລັດເປັນຮູບປະທຳຍິ່ງໆຂຶ້ນ. ພ້ອມທັງນຳສະເໜີ ກ່ຽວກັບນະໂຍບາຍສົ່ງເສີມການລົງທຶນ, ລວມທັງການພັດທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs) ຂອງ ສປປ ລາວ ໂດຍໄດ້ສະເໜີໃຫ້ສອງຝ່າຍ ເພີ່ມທະວີການຮ່ວມມືໃນການແລກປ່ຽນບົດຮຽນການບໍລິຫານທຸລະກິດ, ຝຶກອົບຮົມ ແລະ ຍົກລະດັບທັກສະແຮງງານຕະຫຼອດຮອດການຂະຫຍາຍຕະຫຼາດ, ການຖ່າຍທອດເຕັກໂນໂລຊີ, ການບໍລິຫານ ແລະ ການເຊື່ອມໂຍງພາກທຸລະກິດ ລະຫວ່າງ ສປປ ລາວ ແລະ ສ ເກົາຫຼີ; ນອກນັ້ນ ໄດ້ມອບໝາຍໃຫ້ ຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງລາວ ເປັນຈຸດປະສານງານກັບພາກສ່ວນກ່ຽວຂ້ອງ ເພື່ອສະໜອງຂໍ້ມູນ, ແນະນຳຂັ້ນຕອນ ແລະ ຕິດຕາມການຈັດຕັ້ງປະຕິບັດຜົນກອງປະຊຸມໃຫ້ເປັນຮູບປະທຳ.

ທ່ານຮອງລັດຖະມົນຕີກະຊວງສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທຸລະກິດສະຕາດອັບ ແຫ່ງ ສເກົາຫຼີ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງທ່ານ ນາຍົກລັດຖະມົນ ຕີ ແລະ ພາກສ່ວນທີ່ກ່ຽວຂ້ອງ ຂອງ ສປປ ລາວ, ພ້ອມທັງ ສະແດງຄວາມຄວາມໝາຍໝັ້ນທີ່ຈະສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືທາງດ້ານຕ່າງໆ ເປັນຕົ້ນດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຂອງສອງປະເທດ ໃຫ້ເລິກເຊິ່ງກວ່າເກົ່າ ໂດຍຫວັງຢ່າງຍິ່ງວ່າ ເວທີການເຊື່ອມໂຍງພາກທຸລະກິດ ກໍຄືຜົນກອງປະຊຸມພົບປະນັກທຸລະກິດ ລາວ – ສ ເກົາຫຼີ ຄັ້ງທີ 2 ນີ້ ທີ່ເປີດໂອກາດໃຫ້ພາກທຸລະກິດຂອງສອງຝ່າຍ ໄດ້ພົບປະ, ແລກປ່ຽນຂໍ້ມູນ, ສ້າງເຄືອຂ່າຍ ແລະ ຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນ ແລະ ກັນ ຈະນຳໄປສູ່ການຮ່ວມມືທີ່ປະຕິບັດໄດ້ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດນັບມື້ຫຼາຍຂຶ້ນ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)


