ອິນໂດເນເຊຍ ປະກາດລະງັບການຮັບຄວາມຊ່ວຍເຫຼືອຈາກຕ່າງປະເທດເພື່ອມອດໄຟປ່າ ຢືນຢັນຮັບມືເອງໄດ້

ອິນໂດເນເຊຍ ປະກາດລະງັບການຮັບຄວາມຊ່ວຍເຫຼືອຈາກຕ່າງປະເທດໃນການມອດໄຟປ່າ ຫຼັງຈາກທີ່ຍັງບໍ່ທັນໄດ້ປະກາດເປັນໄພພິບັດລະດັບຊາດ ແມ້ວ່າ ສິງກະໂປ ແລະ ມາເລເຊຍ ຈະສະເໜີເຂົ້າຊ່ວຍເຫຼືອ ກໍຕາມ. ໃນຂະນະດຽວກັນ, ລັດຖະບານໄດ້ສົ່ງເຈົ້າໜ້າທີ່ 6 ໝື່ນຄົນລົງພື້ນທີ່ເພື່ອຮັບມືກັບສະຖານະການ.
ວັນທີ 20 ຕຸລາ 2026, ອິນໂດເນເຊຍ ຍັງຄົງຊະລໍການຮັບຄວາມຊ່ວຍເຫຼືອຈາກຕ່າງປະເທດ ເພື່ອຄວບຄຸມໄຟປ່າ ແລະ ໄຟໄໝ້ໃນພື້ນທີ່ດິນພີດ (ດິນພູໄຟ/ດິນມຸມ) ທີ່ພວມລຸກລາມໃນຫຼາຍພື້ນທີ່ ແມ້ວ່າປະເທດເພື່ອນບ້ານຢ່າງ ສິງກະໂປ ແລະ ມາເລເຊຍ ຈະສະເໜີໃຫ້ຄວາມຊ່ວຍເຫຼືອ ຫຼັງຈາກທີ່ໝອກຄວັນຈາກໄຟປ່າໄດ້ສົ່ງຜົນກະທົບຕໍ່ຫຼາຍພື້ນທີ່ໃນພາກພື້ນມາເປັນເວລາຫຼາຍອາທິດແລ້ວ.
ທ່ານ ດູດຸງ ອັບດູຣັກມັນ (Dudung Abdurachman), ລັດຖະມົນຕີປະສານງານດ້ານການເມືອງ ແລະ ຄວາມໝັ້ນຄົງຂອງອິນໂດເນເຊຍ ລະບຸວ່າ ລັດຖະບານຍັງມີສັກກະຍະພາບໃນການຮັບມືກັບສະຖານະການ ດ້ວຍຊັບພະຍາກອນພາຍໃນປະເທດ ໂດຍໄດ້ອະທິບາຍວ່າ ຫາກມີການປະກາດໃຫ້ສະຖານະການເປັນໄພພິບັດລະດັບຊາດ, ຄວາມຊ່ວຍເຫຼືອຈາກຕ່າງປະເທດຈຶ່ງຈະສາມາດເຂົ້າມາໄດ້ ພ້ອມທັງຢໍ້າວ່າ ການຮັບຄວາມຊ່ວຍເຫຼືອຍັງມີຄວາມທ້າທາຍດ້ານເຕັກນິກໃນການປະຕິບັດງານພາກສະໜາມຕື່ມອີກ.
ລັດຖະບານອິນໂດເນເຊຍ ລະບຸວ່າ ໄດ້ລະດົມເຈົ້າໜ້າທີ່ປະມານ 60,000 ຄົນ ເຂົ້າປະຕິບັດການມອດໄຟໃນ 6 ແຂວງ. ຢ່າງໃດກໍຕາມ, ຄວາມຊ່ວຍເຫຼືອຈາກຕ່າງປະເທດແມ່ນຍັງຄົງຕ້ອງລໍຖ້າຄວາມຊັດເຈນ ກ່ຽວກັບການປະກາດສະຖານະໄພພິບັດລະດັບຊາດ.
ທາງດ້ານ ທ່ານ ລໍເຣນ ວອງ (Lawrence Wong), ນາຍົກລັດຖະມົນຕີສິງກະໂປ ລະບຸວ່າ ສິງກະໂປ ຈະຮ່ວມມືກັບ ອິນໂດເນເຊຍ ແລະ ປະເທດສະມາຊິກອາຊຽນ ຢ່າງໃກ້ຊິດທັງໃນປັດຈຸບັນ ແລະ ອະນາຄົດ ເພື່ອແກ້ໄຂບັນຫາໝອກຄວັນຂ້າມແດນ. ໃນຂະນະທີ່ ທ່ານ ອັນວາ ອິບຣາຮິມ (Anwar Ibrahim), ນາຍົກລັດຖະມົນຕີມາເລເຊຍ ໄດ້ຢືນຢັນຄວາມພ້ອມຂອງປະເທດໃນການຊ່ວຍ ອິນໂດເນເຊຍ ມອດໄຟປ່າ ພ້ອມທັງລະບຸວ່າ ມາເລເຊຍ ໄດ້ສະເໜີໃຫ້ຈັດຕັ້ງກົນໄກຄວາມຮ່ວມມືລະດັບອາຊຽນ ເພື່ອເພີ່ມປະສິດທິພາບໃນການປະສານງານ, ການກຽມຄວາມພ້ອມ ແລະ ການຮ່ວມມືກັນ ເພື່ອຮັບມືກັບໝອກຄວັນຂ້າມແດນ.


