ທຣຳເດີນເກມຫາສຽງຄັ້ງໃຫຍ່! ລຸຍ 7 ລັດ ຊ່ວຍຣີພັບລິກັນ ກ່ອນເລືອກຕັ້ງກາງສະໄໝ

ວັນທີ 19 ຕຸລາ 2026 ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດฯ ໄດ້ເດີນສາຍຫາສຽງໃນ 7 ລັດ ທີ່ເຄີຍສະໜັບສະໜູນລາວໃນການເລືອກຕັ້ງປີ 2024 ເພື່ອຊ່ວຍຜູ້ສະໝັກຈາກພັກຣີພັບລິກັນ ກ່ອນການເລືອກຕັ້ງກາງສະໄໝໃນວັນທີ 3 ພະຈິກ ທ່າມກາງຄວາມກັງວົນວ່າ ພັກເດໂມແຄຣັດອາດຄວ້າໄຊຊະນະໃນຫຼາຍເຂດ.
ທ່ານທຣຳເລີ່ມຕົ້ນການຫາສຽງຢູ່ລັດແຄນຊັສ ໂດຍຮຽກຮ້ອງໃຫ້ປະຊາຊົນອອກໄປໃຊ້ສິດປ່ອນບັດ. ຂະນະດຽວກັນ ຜົນສຳຫຼວດຈາກຫຼາຍສຳນັກລະບຸວ່າ ຄະແນນນິຍົມຂອງທ່ານທຣຳຫຼຸດລົງເຫຼືອພຽງ 33–34% ແລະຜູ້ມີສິດເລືອກຕັ້ງມີແນວໂນ້ມສະໜັບສະໜູນພັກເດໂມແຄຣັດຫຼາຍກວ່າ 8–10 ຈຸດເປີເຊັນ.
ປັດໄຈສຳຄັນທີ່ກົດດັນຄະແນນນິຍົມຂອງທ່ານທຣຳ ແມ່ນຄ່າຄອງຊີບ ແລະລາຄານ້ຳມັນທີ່ປັບຕົວສູງຂຶ້ນ ຫຼັງຈາກສະຫະລັດฯ ເຂົ້າສູ່ສົງຄາມກັບອີຣ່ານ ລວມທັງຜົນກະທົບຈາກມາດຕະການພາສີ. ນອກຈາກນີ້ ນະໂຍບາຍປາບປາມ ແລະກວດກາຄົນເຂົ້າເມືອງຂອງທ່ານທຣຳ ກໍກຳລັງເຜີຍພົບກັບສຽງຄັດຄ້ານທີ່ເພີ່ມຂຶ້ນ.
ດ້ານພັກເດໂມແຄຣັດສາມາດລະດົມທຶນຫາສຽງໄດ້ຫຼາຍກວ່າພັກຣີພັບລິກັນໃນຫຼາຍສະໜາມແຂ່ງຂັນສຳຄັນ. ຜົນການເລືອກຕັ້ງຄັ້ງນີ້ອາດສົ່ງຜົນຕໍ່ດຸນອຳນາດໃນສະພາຄອງເກຣສຂອງສະຫະລັດฯ ເຊິ່ງປັດຈຸບັນພັກຣີພັບລິກັນຄອງສຽງສ່ວນຫຼາຍທັງໃນວຸດທິສະພາ ແລະສະພາຜູ້ແທນລາຊະດອນ.
ທີ່ມາ: CNN


