MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອຸດົມໄຊ ກວດກາຄວາມພ້ອມການປິດທາງຊົ່ວຄາວ ເພື່ອປັບປຸງ ອຸໂມງລອດທາງລົດໄຟ ຜູ້ຂັບຂີ່ທຸກປະເພດ ໄລຍະນີ້ ໃຫ້ຕິດຕາມປ້າຍຊີ້ນຳທາງ, ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ ແລະ ໃຊ້ເສັ້ນທາງອ້ອມຕາມທີ່ກຳນົດ

ອຸດົມໄຊ ກວດກາຄວາມພ້ອມການປິດທາງຊົ່ວຄາວ ເພື່ອປັບປຸງ ອຸໂມງລອດທາງລົດໄຟ ຜູ້ຂັບຂີ່ທຸກປະເພດ ໄລຍະນີ້ ໃຫ້ຕິດຕາມປ້າຍຊີ້ນຳທາງ, ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ ແລະ ໃຊ້ເສັ້ນທາງອ້ອມຕາມທີ່ກຳນົດ

Jenjila
ເຜີຍແຜ່: 20 October 2026, 16:51
ປັບປຸງຫຼ້າສຸດ: 20 October 2026, 16:51
ອ່ານ 2 ຄັ້ງ
ອຸດົມໄຊ ກວດກາຄວາມພ້ອມການປິດທາງຊົ່ວຄາວ ເພື່ອປັບປຸງ ອຸໂມງລອດທາງລົດໄຟ ຜູ້ຂັບຂີ່ທຸກປະເພດ ໄລຍະນີ້ ໃຫ້ຕິດຕາມປ້າຍຊີ້ນຳທາງ, ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ ແລະ ໃຊ້ເສັ້ນທາງອ້ອມຕາມທີ່ກຳນົດ

ໃນວັນທີ 20 ຕຸລາ ນີ້, ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອຸດົມໄຊ ນຳໂດຍ ທ່ານ ອະນຸສອນ ກິດຕິວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍພະແນກການກ່ຽວຂ້ອງຂັ້ນແຂວງ-ເມືອງ ຮ່ວມກັບ ຜູ້ຕາງໜ້າໂຄງການກໍ່ສ້າງທາງລົດໄຟ ຈີນ ເລກທີ 15 ຈຳກັດ ໄດ້ລົງກວດກາສະພາບເສັ້ນທາງອ້ອມບໍລິເວນ ສະຖານີລົດໄຟ ເມືອງໄຊ ແຂວງອຸດົມໄຊ ເພື່ອກະກຽມປິດທາງຊົ່ວຄາວ ສຳລັບປັບປຸງ ອຸໂມງລອດທາງລົດໄຟ ພາຍໃຕ້ໂຄງການເສີມຄວາມແຂງແຮງການຂົນສົ່ງທາງລົດໄຟ ລາວ-ຈີນ.

ຕາມໜັງສືປະສານງານຂອງ ໂຄງການກໍ່ສ້າງທາງລົດໄຟ ຈີນ ເລກທີ 15 ຈຳກັດ, ມີແຜນປິດທາງຊົ່ວຄາວ ບໍລິເວນ ອຸໂມງລອດທາງລົດໄຟ ເສັ້ນທາງ ຈາກ ບ້ານຖິ່ນ ຫາ ບ້ານນາແລ ເມືອງໄຊ ແຂວງອຸດົມໄຊ ເປັນໄລຍະເວລາ 75 ວັນ ຕາມແຜນການທີ່ກຳນົດ ແລະ ການແຈ້ງການຂອງແຂວງ. ໃນໄລຍະປິດທາງ ຜູ້ໃຊ້ລົດໃຊ້ຖະໜົນ ຈະຕ້ອງໃຊ້ເສັ້ນທາງອ້ອມຜ່ານບໍລິເວນ ສະຖານີລົດໄຟ ເມືອງໄຊ ເຊິ່ງທາງໂຄງການຈະໄດ້ຕິດຕັ້ງປ້າຍຈະລາຈອນ, ປ້າຍເຕືອນ, ປ້າຍຊີ້ນຳທາງ ແລະ ອຸປະກອນປ້ອງກັນຄວາມປອດໄພຕ່າງໆ ພ້ອມທັງ ກວດກາຄວາມພ້ອມຂອງເສັ້ນທາງ ເພື່ອໃຫ້ສາມາດຮອງຮັບການສັນຈອນໄດ້ຢ່າງປອດໄພ.

ການລົງກວດກາ ພາກສ່ວນກ່ຽວຂ້ອງໄດ້ສະເໜີໃຫ້ໂຄງການສືບຕໍ່ປັບປຸງໜ້າທາງບາງຈຸດທີ່ຍັງບໍ່ຮຽບຮ້ອຍ, ເພີ່ມປ້າຍເຕືອນ ແລະ ໄຟສ່ອງສະຫວ່າງ ຕາມຈຸດຈຳເປັນ, ຈັດໃຫ້ມີພະນັກງານປະຈຳຈຸດ ເພື່ອອຳນວຍຄວາມສະດວກ ແລະ ດູແລຄວາມປອດໄພ ໃນການສັນຈອນ ແລະ ຫົດນ້ຳຫຼຸດຝຸ່ນຕາມຄວາມເໝາະສົມ. ນອກນີ້, ຍັງໄດ້ສະເໜີໃຫ້ ປັບປຸງ ອຸໂມງລອດທາງລົດໄຟ ດ້ວຍຄອນກຣີດ ແລະ ຈັດລະບົບລະບາຍນ້ຳໃຫ້ໄຫຼລົງສູ່ນ້ຳຫີນ ເພື່ອແກ້ໄຂບັນຫານ້ຳຂັງ ແລະ ຊ່ວຍໃຫ້ການສັນຈອນມີຄວາມສະດວກຂຶ້ນ. ພາຍຫຼັງການກວດກາ ແລະ ປັບປຸງຄວາມພ້ອມຕາມຂໍ້ສະເໜີ ຈະໄດ້ມີການດຳເນີນການປິດທາງຕາມແຜນການທີ່ກຳນົດ ໂດຍຈະຈັດລະບົບການສັນຈອນ ແລະ ເສັ້ນທາງອ້ອມໃຫ້ເໝາະສົມ ເພື່ອຫຼຸດຜ່ອນຜົນກະທົບ ຕໍ່ ປະຊາຊົນ ແລະ ຜູ້ໃຊ້ລົດ-ໃຊ້ຖະໜົນ.

ດັ່ງນັ້ນ, ຜູ້ຂັບຂີ່ທຸກປະເພດ ໄລຍະນີ້ ໃຫ້ຕິດຕາມປ້າຍຊີ້ນຳທາງ, ປະຕິບັດຕາມຄຳແນະນຳຂອງເຈົ້າໜ້າທີ່ ແລະ ໃຊ້ເສັ້ນທາງອ້ອມຕາມທີ່ກຳນົດ ເພື່ອຮັບປະກັນຄວາມປອດໄພ ແລະ ຫຼີກລຽງຄວາມບໍ່ສະດວກໃນການເດີນທາງ ໃນຊ່ວງໄລຍະການປິດທາງຊົ່ວຄາວ.

ຂ່າວ: ຄຳພັນ ແກ້ວມະນີ

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນອັງຄານ 20 ຕຸລາ 2026 · ຂຶ້ນ 9 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ