MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສປປ ລາວ ກະກຽມຄວາມພ້ອມ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

ສປປ ລາວ ກະກຽມຄວາມພ້ອມ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

ໂດຍ Jenjila
· 2 ຊົ່ວໂມງ ກ່ອນອ່ານ 3 ນາທີ9 ຄັ້ງ
ສປປ ລາວ ກະກຽມຄວາມພ້ອມ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາ ສປຊ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31

ກົມສິ່ງແວດລ້ອມ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຮ່ວມກັບສະຖາບັນການເຕີບໂຕສີຂຽວໂລກ (GGGI) ແລະ ອົງການພັດທະນາແຫ່ງສະຫະປະຊາຊາດ (ສປຊ) ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຈັດສຳມະນາກະກຽມຄະນະຜູ້ແທນ ສປປ ລາວ ກ່ອນເຂົ້າຮ່ວມກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 (COP31) ເພື່ອປະສານບຸລິມະສິດ ແລະ ກຳນົດຈຸດຢືນຂອງຊາດໃຫ້ມີຄວາມຊັດເຈນ ແລະ ເປັນເອກະພາບ ໂດຍ ທ່ານ ນາງ ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ທ່ານ ນາງ ອາຍຊານີ ເມດາກັງໂກດາ ລາເບ ຜູ້ຕາງໜ້າ ສປຊ ປະຈຳ ສປປ ລາວ, ທ່ານ ນາງ ໂອຢ່າ ຢ່າຊາຣ ເອກອັກຄະລັດຖະທູດຕວັກກີ ປະຈຳ ສປປ ລາວ, ມີຜູ້ຕາງໜ້າຈາກເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ, ຜູ້ຕາງໜ້າສະຖາບັນເຕີບໂຕສີຂຽວສາກົນ (GGGI) ປະຈໍາ ສປປ ລາວ, ພ້ອມດ້ວຍຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ສະ ຖານທູດ, ອົງການສາກົນ ແລະ ຄູ່ຮ່ວມພັດທະນາ ເຂົ້າຮ່ວມ.

ຈຸດປະສົງຫລັກຂອງກອງປະຊຸມສຳມະນາ ເພື່ອກະກຽມຄວາມພ້ອມດ້ານເນື້ອໃນ, ທັດສະນະ, ຈຸດຢືນ ແລະ ບູລິມະສິດແຫ່ງຊາດຂອງ ສປປ ລາວ ສຳລັບການເຈລະຈາໃນ COP31, ພ້ອມທັງ ປຶກສາຫາລືບັນຫາພົ້ນເດັ່ນ ທີ່ຄາດວ່າຈະຍົກຂຶ້ນໃນກອງປະຊຸມ COP31 ແລະ ທັງເປັນການໂຄສະນາເຜີຍແຜ່ວຽກງານການປ່ຽນແປງດິນຟ້າອາກາດ ໃຫ້ແກ່ພາກສ່ວນຕ່າງໆ ໂດຍສະເພາະ ແມ່ນວຽກງານການຮ່ວມມື ພາຍໃຕ້ຂອບສົນທິສັນຍາ.

ທ່ານ ນາງ ຈັນທະຄອນ ບົວລະພັນ ໄດ້ກ່າວວ່າ: ລັດຖະບານ ສປປ ລາວ ໃຫ້ຄວາມສໍາຄັນຕໍ່ການແກ້ໄຂບັນຫາການປ່ຽນແປງດິນຟ້າອາກາດ ແລະ ມີຄວາມພະຍາຍາມຢ່າງຈິງຈັງໃນການດຳເນີນມາດຕະການທັງພາຍໃນປະເທດ ແລະ ຮ່ວມມືກັບປະຊາຄົມໂລກ ເພື່ອຮັບມືກັບສິ່ງທ້າທາຍດັ່ງກ່າວ. ສປປ ລາວ ໄດ້ມີສ່ວນຮ່ວມໃນຂອບການຮ່ວມມືສາກົນດ້ານສິ່ງແວດລ້ອມ ແລະ ສະພາບອາກາດ ໂດຍໄດ້ເຂົ້າເປັນພາຄີ ຂອງສົນທິສັນຍາສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ (UNFCCC) ໃນປີ 1995, ອະນຸສັນຍາກຽວໂຕ (Kyoto Protocol) ໃນປີ 2003 ແລະ ສັນຍາປາຣີ (Paris Agreement) ໃນປີ 2016. ນອກນີ້, ລາວຍັງສືບຕໍ່ປະກອບສ່ວນໃນການຈັດຕັ້ງພັນທະພາຍໃຕ້ຂອບສົນທິສັນຍາ ໂດຍຄຳນຶງເຖິງຫລັກການຄວາມຮັບຜິດຊອບຮ່ວມກັນ ແຕກຕ່າງກັນຕາມຄວາມສາມາດຂອງແຕ່ລະປະເທດ. ການເຂົ້າຮ່ວມ COP31 ບໍ່ພຽງແຕ່ເປັນການປະຕິບັດພັນທະຂອງປະເທດຕໍ່ປະຊາຄົມສາກົນເທົ່ານັ້ນ ແຕ່ຍັງເປັນໂອກາດສຳຄັນໃຫ້ ສປປ ລາວ ສາມາດສະແຫວງຫາການສະໜັບສະໜູນດ້ານເຕັກນິກ, ວິຊາການ ແລະ ງົບປະມານ ເພື່ອເພີ່ມທະວີປະສິດທິຜົນໃນການດຳເນີນວຽກງານດ້ານການປ່ຽນແປງດິນຟ້າອາກາດພາຍໃນປະເທດ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບການລະດົມຊັບພະຍາ ກອນ, ການເສີມສ້າງຂີດຄວາມສາມາດຂອງສະຖາບັນ, ການປັບປຸງການເຂົ້າເຖິງເຕັກໂນໂລຊີ ແລະ ການເສີມສ້າງຄວາມຢືດຢຸ່ນຕໍ່ຜົນກະທົບຈາກສະພາບອາກາດ ໂດຍເນັ້ນໃຫ້ເຫັນເຖິງຄວາມຈຳເປັນໃນການປະສານງານລະຫວ່າງພາກລັດ ແລະ ຄູ່ຮ່ວມພັດທະນາ, ການຂະຫຍາຍໂອກາດເຂົ້າເຖິງແຫລ່ງທຶນດ້ານສະພາບອາກາດ ແລະ ການເພີ່ມພູນການຮ່ວມມືສາກົນ.

ການກະກຽມດັ່ງກ່າວ, ຄາດວ່າຈະຊ່ວຍໃຫ້ ສປປ ລາວ ມີຈຸດຢືນທີ່ຊັດເຈນໃນເວທີເຈລະຈາສາກົນ, ສາມາດປະສານບຸລິມະສິດດ້ານສະພາບອາກາດໃຫ້ສອດຄ່ອງກັບເປົ້າໝາຍການພັດທະນາແຫ່ງຊາດ ແລະ ນຳເອົາຄຳໝັ້ນສັນຍາດ້ານສະພາບອາກາດໄປສູ່ການປະຕິບັດຢ່າງເປັນຮູບປະທຳ ເພື່ອສ້າງຄວາມຢືດຢຸ່ນ ແລະ ການພັດທະນາທີ່ຍືນຍົງໃຫ້ແກ່ປະເທດ.

ກອງປະຊຸມລັດພາຄີສົນທິສັນຍາຂອບວຽກສະຫະປະຊາຊາດ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ຄັ້ງທີ 31 ຈະໄດ້ຂຶ້ນທີ່ເມືອງອັນຕາລະຢາ ປະເທດຕວັກກີ ໃນວັນທີ 9-20 ພະຈິກ 2026, ຄາດວ່າຈະເນັ້ນໜັກໃສ່ການປ່ຽນຄຳໝັ້ນສັນຍາດ້ານສະພາບອາກາດ ໃຫ້ເປັນການປະຕິບັດຢ່າງເປັນຮູບປະທຳ, ການເລັ່ງຫັນປ່ຽນໄປສູ່ພະລັງງານສະອາດ, ການລະດົມທຶນ ແລະ ການລົງທຶນດ້ານສະພາບອາກາດ, ການເສີມສ້າງການປັບຕົວ ແລະ ຄວາມຢືດຢຸ່ນຕໍ່ຜົນກະທົບຈາກສະພາບອາກາດ ຕະຫລອດຮອດການຊຸກຍູ້ການຈັດຕັ້ງປະຕິບັດການປະກອບສ່ວນທີ່ປະເທດກຳນົດເອງ (NDCs) ແລະ ຮັກສາເປົ້າໝາຍຈຳກັດການເພີ່ມຂຶ້ນຂອງອຸນຫະພູມໂລກບໍ່ໃຫ້ເກີນ 1,5 ອົງສາ.

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນພຸດ 21 ຕຸລາ 2026 · ຂຶ້ນ 10 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ