ເຈົ້າໜ້າທີ່ໄທບຸກກັກຕົວ ສາວລາວລັກລອບເຮັດວຽກຮ້ານເຝີຜິດກົດໝາຍຢູ່ດົນກວ່າ 9 ເດືອນ

ເມື່ອວັນທີ 19 ຕຸລາ 2026 ເວລາປະມານ 12 ໂມງ ເຈົ້າໜ້າທີ່ກວດຄົນເຂົ້າເມືອງຈັງຫວັດຂອນແກ່ນ ສົມທົບກຳລັງຮ່ວມກັບຕຳຫຼວດທ່ອງທ່ຽວຂອນແກ່ນ ເຂົ້າກວດສອບຮ້ານເຝີ ບໍລິເວນຫຼັງມະຫາວິທະຍາໄລຂອນແກ່ນ ຢູ່ຕຳບົນສິລາ ອຳເພີເມືອງຂອນແກ່ນ ຈັງຫວັດຂອນແກ່ນ ຫຼັງໄດ້ຮັບແຈ້ງເບາະແສວ່າ ມີການຈ້າງແຮງງານຕ່າງດ້າວໂດຍຜິດກົດໝາຍ.

ຈາກການກວດສອບພາຍໃນຮ້ານ ພົບຍິງສັນຊາດລາວ 1 ຄົນ ກຳລັງເຮັດວຽກລວກເສັ້ນເຝີ ແລະ ຈັດກຽມອາຫານໃຫ້ບໍລິການລູກຄ້າ ເຈົ້າໜ້າທີ່ຈຶ່ງໄດ້ສະແດງຕົວ ແລະ ຂໍກວດສອບເອກະສານປະຈຳຕົວ ແລະ ໃບອະນຸຍາດເຮັດວຽກ ຮູ້ຊື່ພາຍຫຼັງວ່າ ນາງ ສຸພອນ (ນາມສົມມຸດ).

ຜົນການກວດສອບພົບວ່າ ຍິງລາວຄົນດັ່ງກ່າວໄດ້ເດີນທາງເຂົ້າປະເທດໄທຜ່ານດ່ານກວດຄົນເຂົ້າເມືອງຈັງຫວັດໜອງຄາຍ ໂດຍໃຊ້ວີຊ່ານັກທ່ອງທ່ຽວ ແລະ ບໍ່ພົບໃບອະນຸຍາດເຮັດວຽກ ຈາກການສອບສວນເບື້ອງຕົ້ນ ຜູ້ກ່ຽວໃຫ້ການຮັບສາລະພາບວ່າ ເຮັດວຽກລວກເສັ້ນ ແລະ ເສີບເຝີທີ່ຮ້ານດັ່ງກ່າວມາດົນກວ່າ 9 ເດືອນ ໄດ້ຮັບຄ່າຈ້າງມື້ລະ 400 ບາດ ໂດຍມີ ນາງ ບົວບານ (ນາມສົມມຸດ) ເປັນນາຍຈ້າງ.

ເຈົ້າໜ້າທີ່ຈຶ່ງແຈ້ງຂໍ້ກ່າວຫາແກ່ ຍິງສັນຊາດລາວດັ່ງກ່າວໃນຄວາມຜິດຂໍ້ຫາ ເປັນຄົນຕ່າງດ້າວເຮັດວຽກໂດຍບໍ່ມີໃບອະນຸຍາດເຮັດວຽກ ພ້ອມຮ້ອງທຸກກ່າວໂທດນາຍຈ້າງໃນຂໍ້ຫາ ຮັບຄົນຕ່າງດ້າວທີ່ບໍ່ມີໃບອະນຸຍາດເຮັດວຽກເຂົ້າເຮັດວຽກ.
ຈາກນັ້ນຈຶ່ງໄດ້ນຳຕົວຜູ້ຖືກຫາສົ່ງເຈົ້າໜ້າທີ່ສອບສວນ ສະຖານີຕຳຫຼວດພູທອນ ເມືອງຂອນແກ່ນ ເພື່ອດຳເນີນຕາມກົດໝາຍຕໍ່ໄປ.
ຂໍ້ມູນ: KK Weekly News
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້


