ເກີດເຫດຄົນຈົມນໍ້າ ຢູ່ນໍ້າຂອງ ເຂດບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ເສຍຊີວິດ ຈາກການລາຍງານຂອງ ທີມຄົ້ນຫາໃຕ້ນໍ້ານາກນ້ອຍ1627 ໃຫ້ຮູ້ວ່າ: ໃນເວລາປະມານ 17:40 ນາທີ ຂອງວັນທີ 20/10/2026 ທີມຄົ້ນຫາໃຕ້ນ້ຳນາກນ້ອຍ1627 ໄດ້ຮັບແຈ້ງເຫດຜ່ານເບີສຸກເສີນ 1627 ວ່າ: ມີຄົນຈົມນໍ້າ ເພດຊາຍ ອາຍຸ 18 ປີ ຈົມນ້ຳຢູ່ທີ່ນ້ຳຂອງ ເຂດບ້ານຫາດກັນຊາ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ.

ຫຼັງຈາກທີ່ໄດ້ຮັບແຈ້ງເຫດທາງໜ່ວຍກູ້ໄພຊ່ວຍເຫຼືອຜູ້ດ້ອຍໂອກາດ ແລະ ທີມນາກນ້ອຍກໍໄດ້ຈັດທີມດຳນ້ຳ ແລະ ອຸປະກອນໄປທີ່ຈຸດເກີດເຫດໃນເວລາ 18:30 ນາທີ, ທາງທີມດຳນ້ຳໄດ້ເລີ່ມປະຕິບັດໜ້າທີ່ລົງຄົ້ນຫາກໍໄດ້ໃຊ້ເວລາປະມານ 20 ນາທີ ກໍພົບເຫັນຮ່າງຜູ້ສູນຫາຍຢູ່ໃກ້ຄຽງຈາກຈຸດທີ່ໄດ້ຈົມລົງນ້ຳຂອງ ທີມກູ້ໄພກໍໄດ້ນຳເອົາຮ່າງຜູ້ເສຍຊີວິດຂື້ນຈາກນ້ຳ ເພື່ອມອບຮ່າງຜູ້ເສຍຊີວິດໃຫ້ເຈົ້າໜ້າທີ່ ແລະ ຄອບຄົວນຳໄປທຳພິທີທາງສາສະໜາ.


ທີ່ມາ: ທີມຄົ້ນຫາໃຕ້ນໍ້ານາກນ້ອຍ1627
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້


