ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ X ໄດ້ປິດລົງຢ່າງຈົບງາມ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ X ໄດ້ປິດລົງຢ່າງຈົບງາມ ໃນວັນທີ 21 ຕຸລາ 2026 ພາຍຫຼັງທີ່ໄດ້ດໍາເນີນມາ ແຕ່ວັນທີ 5 ຕຸລາ 2026 ແລະ ບັນລຸຜົນສໍາເລັດຕາມຈຸດປະສົງ,ຄາດໝາຍທີ່ວາງໄວ້ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ກຳ ມະການກົມການເມືອງສູນກາງພັກ ປະທານສະພາແຫ່ງ ຊາດ, ໂດຍການເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລ ຂາທິການໃຫຍ່ ຄະນະບໍລິຫານສູນກາງພັກ ປະທານປະ ເທດ, ມີການນຳຂັ້ນສູງ,ອະດີດການນຳຂັ້ນສູງພັກ-ລັດ,ສະ ມາຊິກລັດຖະບານ, ສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມ.

ທ່ານ ສອນໄຊສີ ພັນດອນ ກ່າວສູນທອນພົດປິດກອງປະຊຸມ ມີບາງຕອນວ່າ: ຕະຫຼອດໄລຍະການດໍາເນີນກອງປະຊຸມ, ບັນດາສະມາຊິກສະພາແຫ່ງຊາດ ໄດ້ພ້ອມກັນສຸມສະຕິປັນຍາ, ເຮື່ອແຮງ ແລະ ສືບຕໍ່ເສີມຂະຫຍາຍສິດປະ ຊາທິປະໄຕ ເຂົ້າໃນການພິຈາລະນາ ແລະ ຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດ ໂດຍໄດ້ພິຈາລະນາເລືອກຕັ້ງປະທານສະພາແຫ່ງຊາດ ຊຸດທີ X ແລະ ນາຍົກລັດຖະມົນຕີ; ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ- ສັງຄົມ, ແຜນງົບປະມານ ແລະ ແຜນເງິນຕາ ປີ 2026 ແລະ ທິດທາງແຜນການ ປີ 2027; ພ້ອມທັງຮັບຮອງເອົາບົດລາຍງານການເຄື່ອນໄຫວວຽກງານຂອງອົງການກວດສອບແຫ່ງຊາດ, ອົງການກວດກາແຫ່ງຊາດ, ສານປະຊາ ຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ ແລະ ບົດລາຍງານການເຄື່ອນໄຫວຂອງສະພາແຫ່ງຊາດ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ພິຈາລະນາ ແລະ ຮັບ ຮອງເອົາຮ່າງກົດໝາຍ ຈໍານວນ 8 ສະບັບ ( ກົດໝາຍສ້າງໃໝ່ 1 ສະບັບ ແລະ ກົດໝາຍປັບປຸງ 7 ສະບັບ) ເຊັ່ນ: ກົດ ໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີອາລກໍຮໍ, ກົດໝາຍວ່າດ້ວຍການຈະລາຈອນທາງບົກ, ກົດ ໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ, ກົດ ໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ, ກົດໝາຍວ່າດ້ວຍການບິນພົນລະເຮືອນ ແລະ ກົດ ໝາຍວ່າດ້ວຍລັດຖະບານ; ພ້ອມທັງໄດ້ຮັບຟັງການຊີ້ແຈງ, ອະທິບາຍຄໍາຊັກຖາມຈາກທ່ານນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເພື່ອສ້າງຄວາມເຂົ້າໃຈ ແລະ ຫາທາງອອກໃນການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານເສດ ຖະກິດ-ສັງຄົມໃນປັດຈຸບັນ ຢ່າງມີປະສິດທິຜົນ.


ຂ່າວ: ແກ້ວອຸເພັດ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້


