ວັນພະຫັດ ທີ 22 ຕຸລາ 2026ອັບເດດລ່າສຸດ 15:23ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ໄທ ຈັບໜຸ່ມລາວ ຂໍ້ຫາລັກລອບຂົນສິນຄ້າເຖື່ອນ ຂ້າມນ້ຳຂອງ

ໂດຍ kaling
· 2 ຊົ່ວໂມງ ກ່ອນອ່ານ 1 ນາທີ0 ຄັ້ງ
ເຈົ້າໜ້າທີ່ໄທ ຈັບໜຸ່ມລາວ ຂໍ້ຫາລັກລອບຂົນສິນຄ້າເຖື່ອນ ຂ້າມນ້ຳຂອງ

ສຳນັກຂ່າວ CIA ຂອງໄທ ລາຍງານວ່າ: ວັນທີ 21 ຕຸລາ 2026 ເຈົ້າໜ້າທີ່ໜ່ວຍເຮືອຮັກສາຄວາມສະຫງົບ ຕາມຊາຍແດນແມ່ນ້ຳຂອງ ເຂດນະຄອນພະນົມ ໂດຍການນຳຂອງ ຮ.ອ. ໄກຣຍົດ ຣິນທອງ ຫົວໜ້າສະຖານີເຮືອມຸກດາຫານ ຮ່ວມກັບ ກອງຮ້ອຍສະເພາະກິດທະຫານພານ ທີ 2103, ໜ່ວຍສະເພາະກິດທະຫານພານ ທີ 21 ແລະ ໜ່ວຍງານຄວາມສະຫງົບໃນພື້ນທີ່ ຈັງຫວັດມຸກດາຫານ ເຂົ້າສະກັດກັ້ນ ແລະ ຈັບກຸມການລັກລອບນຳເຂົ້າສິນຄ້າໜີພາສີ ຂ້າມລຳນ້ຳຂອງຈາກ ສປປ ລາວ

ການປະຕິບັດງານດັ່ງກ່າວ ເກີດຂຶ້ນຫຼັງຈາກເຈົ້າໜ້າທີ່ໄດ້ກວດພົບ ເຮືອເຫຼັກຕິດເຄື່ອງຈັກທ້າຍ ລັກລອບບັນທຸກສິນຄ້າຕ້ອງສົງໄສ ຂ້າມແມ່ນ້ຳຂອງມາຈາກ ເມືອງໄກສອນ ພົມວິຫານ, ແຂວງສະຫວັນນະເຂດ (ສປປ ລາວ) ເຂົ້າຈອດທຽບທ່າ ບໍລິເວນແຄມຝັ່ງຕະຫຼາດອິນໂມຈີນ, ອຳເພີເມືອງ, ຈັງຫວັດມຸກດາຫານ ເພື່ອປະຕິບັດການຂົນຖ່າຍສິນຄ້າຂຶ້ນຝັ່ງ.

ຈາກການເຂົ້າກວດສອບ ແລະ ສະກັດກັ້ນ, ເຈົ້າໜ້າທີ່ສາມາດຄວບຄຸມຕົວຜູ້ຕ້ອງຫາໄດ້ 1 ຄົນ ຄື: ທ້າວ ເພັດ, ສັນຊາດລາວ, ປະຊາຊົນຈາກ ແຂວງສະຫວັນນະເຂດ ພ້ອມຢຶດຂອງກາງ ເຮືອເຫຼັກຕິດເຄື່ອງຍົນ 1 ລຳ, ເຄື່ອງໃນສັດແຊ່ແຂງ ຈຳນວນ 29 ກ່ອງ ແລະ ຢາສູບຕ່າງປະເທດ ຈຳນວນ 10 ຫໍ່ (ລວມ 200 ຊອງ).

ເບື້ອງຕົ້ນ, ເຈົ້າໜ້າທີ່ໄດ້ນຳຕົວຜູ້ຕ້ອງຫາ ພ້ອມຂອງກາງທັງໝົດ ເຂົ້າມາຍັງສະຖານີເຮືອມຸກດາຫານ ເພື່ອສອບສວນຂໍ້ມູນ, ເຮັດບົດບັນທຶກການຈັບກຸມ ແລະ ສົ່ງຕົວໃຫ້ພະນັກງານສອບສວນດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.

ຂໍ້ມູນຈາກ: นรข.เขตนครพนม

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 22 ຕຸລາ 2026 · ຂຶ້ນ 11 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່