
ຈັບຍິງສາວພ້ອມພັກພວກ ຕົວະຊາຍແປກໜ້າມານອນນຳແລ້ວປຸ້ນເອົາຊັບ ເຄີຍກໍ່ເຫດມາແລ້ວຫຼາຍຄັ້ງ

ໃນວັນທີ 7 ຕຸລາ 2026, ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກຜູ້ຖືກເສຍຫາຍທີ່ເປັນຜູ້ຊາຍ ສັນຊາດຈີນ ພັກເຊົ່າຢູ່ບ້ານໂນນຫວາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ວ່າ: ໃນເວລາ 00 ໂມງ 48 ນາທີ ຂອງວັນທີ 5 ຕຸລາ 2026 ໄດ້ມີຜູ້ຍິງບໍ່ຊາບ ຊື່ 1 ຄົນ ໄດ້ຕິດຕໍ່ມາຫາຜ່ານທາງໂທລະສັບ ແລ້ວນັດໃຫ້ ໄປຫາຢູ່ເຮືອນພັກແຫ່ງໜຶ່ງ ຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ພໍຜູ້ເສຍຫາຍ ໄປຮອດຕາມການນັດໝາຍ ແລ້ວເຂົ້າໄປຫ້ອງພັກຂອງຜູ້ຍິງຄົນດັ່ງກ່າວໄດ້ປະມານ 5 ນາທີ ໄດ້ມີຜູ້ຊາຍຈໍານວນ 5 ຄົນ ເຂົ້າມາທໍາຮ້າຍຮ່າງກາຍ ແລະ ບັງຄັບໃຫ້ຜູ້ເສຍຫາຍ ໂອນເງິນໃຫ້ພວກກ່ຽວ, ຖ້າບໍ່ໂອນເງິນໃຫ້ຈະທຳຮ້າຍຮ່າງກາຍອີກ, ຈຶ່ງໄດ້ໂອນເງິນກີບ ຈໍານວນ 40.000.000 ກີບ, ເງິນໂດລາ ຈໍານວນ 2.000 ໂດລາ, ເງິນຢວນ ຈໍານວນ 11.000 ຢວນ ໃຫ້ພວກກ່ຽວ, ຈາກນັ້ນພວກກໍ່ເຫດຈຶ່ງໄດ້ພາກັນເອົາຕົວຫຼົບໜີໄປ.
ພາຍຫຼັງໄດ້ຮັບແຈ້ງຄວາມ, ເຈົ້າໜ້າທີ່ພະແນກຕຳຫຼວດສືບສວນ-ສອບສວນຄະດີອາຍາ ຈຶ່ງໄດ້ແຕ່ງຕັ້ງກໍາລັງວິຊາສະເພາະລົງສົມທົບກັບເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງໄຊທານີ ທໍາການສືບສວນ-ສອບສວນ, ເກັບກຳຂໍ້ມູນຫຼັກຖານຕໍ່ກັບເຫດການດັ່ງກ່າວ ຈຶ່ງສາມາດຈັບຕົວ ຜູ້ຍິງຄົນດັ່ງກ່າວນັ້ນໄດ້ໃນວັນທີ 16 ຕຸລາ 2026 ຊື່ ນາງ ກູຢ່າງ ອາຍຸ 22 ປີ ສັນຊາດລາວ ອາຊີບກຳມະກອນ ປັດຈຸບັນພັກເຊົ່າຢູ່ບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
ຜ່ານການສືບສວນ-ສອບສວນ, ນາງ ກູ ຢ່າງ ໄດ້ໃຫ້ການຮັບສາລະພາບຕໍ່ເຈົ້າໜ້າທີ່ວ່າ: ຜູ້ກ່ຽວໄດ້ຮ່ວມມື ກັບກຸ່ມຜູ້ຊາຍຄົນຈີນບໍ່ຊາບຊື່ ຈໍານວນ 6 ຄົນ ເຊິ່ງໄດ້ຮູ້ຈັກກັນ ຢູ່ຮ້ານບັນເທີງແຫ່ງໜຶ່ງເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ແລ້ວກຸ່ມຜູ້ຊາຍຄົນຈີນໄດ້ຊັກຊວນໃຫ້ນາງ ກູ ຢ່າງ ໄປເຄື່ອນໄຫວ ຊອກຕິດຕໍ່ຄົນມານອນນໍາ, ເຊິ່ງເບີໂທລະສັບທີ່ຈະໃຫ້ນາງ ກູຢ່າງ ຕິດຕໍ່ ແມ່ນກຸ່ມຄົນຈີນຈະຊອກມາໃຫ້, ແລ້ວນໍາໃຊ້ຮູບການໃຫ້ ນາງ ກູຢ່າງ ສົ່ງຂໍ້ຄວາມ ຫຼື ໂທໄປຊັກຊວນຫາຜູ້ຊາຍມານອນນໍາ ພ້ອມທັງໄດ້ນັດໝາຍ ແລະ ເປີດຫ້ອງພັກໄວ້ຖ້າ, ພໍມີຄົນຫຼົງເຊື່ອ ແລະ ເຂົ້າມາຫາ ນາງ ກູຢ່າງ ຕາມການນັດໝາຍໃຫ້ ນາງ ກູຢ່າງ ໂທລະສັບບອກກຸ່ມຜູ້ຊາຍຄົນຈີນນັ້ນເຂົ້າມາບັງຄັບໃຫ້ຜູ້ຖືກເສຍຫາຍໂອນເງິນໃຫ້ຫຼັງຈາກໄດ້ເງິນແລ້ວກໍພາກັນເອົາຕົວຫຼົບໜີ, ຜ່ານມາ ນາງ ກູຢ່າງ ແລະ ກຸ່ມຜູ້ຊາຍຄົນຈີນ ໄດ້ຮ່ວມກັນກໍ່ເຫດມາແລ້ວຈໍານວນ 5 ຄັ້ງ ໄລຍະເດືອນກັນຍາ-ຕຸລາ 2026, ເຊິ່ງສະຖານທີ່ກໍ່ເຫດແຕ່ລະຄັ້ງແມ່ນຢູ່ເຮືອນພັກ ຂອບເຂດເມືອງໄຊທານີ.





ຕໍ່ມາວັນທີ 20 ຕຸລາ 2026 ເຈົ້າໜ້າທີ່ສາມາດກັກຕົວກຸ່ມຊາຍທີ່ຮ່ວມຂະບວນການ ໄດ້ຈໍານວນ 4 ຄົນ, ເຊິ່ງມີ:
1. ທ້າວ ອາເປົ້າເລົາ ອາຍຸ 34 ປີ, ອາຊີບກຳມະກອນ, ສັນຊາດ ລາວ ພັກເຊົ່າຢູ່ບ້ານ ໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ;
2. ທ້າວ ຫຼື ຈຸນເຊີງ ອາຍຸ 26 ປີ, ອາຊີບກຳມະກອນ, ສັນຊາດຈີນ ພັກເຊົ່າຢູ່ບ້ານດົງໂດກ ເມືອງໄຊທານີ, ນະຄອນຫຼວງວຽງຈັນ;
3. ທ້າວ ຫຼື ຊວຍ ຫຼື ຊວຍເກີ, ອາຍຸ 36 ປີ, ອາຊີບກຳມະກອນ, ສັນຊາດ ຈີນ ພັກເຊົ່າຢູ່ບ້ານໜອງວຽງຄໍາ ເມືອງໄຊທານີ ນະຄອນຫຼວງວຽງຈັນ.
4. ທ້າວ ຫຼື ອີຊຽງ ອາຍຸ 33 ປີ, ອາຊີບກຳມະກອນ, ສັນຊາດ ຈີນ ປັດຈຸບັນພັກເຊົ່າຢູ່ບ້ານ ໜອງວຽງຄໍາ, ເມືອງ ໄຊທານີ, ນະຄອນຫຼວງວຽງຈັນ.
ປັດຈຸບັນເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນ ຂະຫຍາຍຜົນ ແລະ ຊອກນໍາຈັບຕົວຜູ້ຮ່ວມຂະບວນການທີ່ຍັງເຫຼືອມາດໍາເນີນຄະດີຕາມກົດໝາຍ.
ຂ່າວ: ຄວາມສະຫງົບ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





