
ລາວ, ຫວຽດນາມ ແລະ ກຳປູເຈຍ ສຳມະນາສາກົນກ່ຽວກັບການສຶກສາ ການພັດທະນາຕະຫຼາດທີ່ດິນ

ວັນທີ 21 ຕຸລາ 2026 ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ຈັດກອງປະຊຸມສຳມະນາການສຶກສາ ການພັດທະນາຕະຫຼາດທີ່ດິນ ໂດຍການເຂົ້າຮ່ວມຂອງທ່ານ ຮສ. ນາງ ວາດສະໜາ ຈັນທະນະສິນ ຫົວໜ້າຄະນະວິຊາຄະນະເສດຖະສາດ ແລະ ບໍລິຫານທຸລະກິດ, ທ່ານ ປອ. ລີວາເມັງ ລີບົວປາວ ຮອງຫົວໜ້າກົມຄຸ້ມຄອງ ແລະ ພັດທະນາທີ່ດິນ ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ມີບັນດາທ່ານນັກຄົ້ນຄວ້າ, ນັກວິຊາການ, ພະນັກງານ, ຄູ-ອາຈານ ແລະນັກສຶກສາເຂົ້າຮ່ວມ.

ທ່ານ ຮສ. ວາດສະໜາ ຈັນທະນາສິນ ກ່າວວ່າ: ການຄົ້ນຄວ້າແບບສົມທຽບທີ່ອີງໃສ່ຫຼັກຖານ ໃນການຊຸກຍູ້ ຫຼື ປຶກສາຫາລືດ້ານນະໂຍບາຍທີ່ດິນ ເຊິ່ງຜົນຂອງການຄົ້ນຄວ້າເປັນໝາກຜົນຂອງການຄົ້ນຄວ້າທີ່ສຳຄັນຕໍ່ກັບບັນດາປະເທດໃນພາກພື້ນອາຊີ ເຊັ່ນຫວຽດນາມ ແລະ ກຳປູເຈຍ. ການພັດທະນາທີ່ດິນ ກໍຖືເປັນວຽກງານສຳຄັນໃນການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ. ເພື່ອເປັນເວທີໃນການປຶກສາຫາລືການພັດທະນາຕະຫຼາດທີ່ດິນ, ເພື່ອນຳສະເໜີວິທີ ແລະ ຜົນການຄົ້ນຄວ້າການພັດທະນາຕະຫຼາດທີ່ດິນຮ່ວມກັບ 3 ປະເທດມີ: ລາວ,

ຫວຽດນາມ, ກຳປູເຈຍ ເພື່ຶອສຶກສາກ່ຽວກັບຂໍ້ສະເໜີ ແລະ ການມີສ່ວນຮ່ວມຂອງຜູ້ທີ່ໄດ້ຮັບຜົນກະທົບຈາກການພັດທະນາທີ່ດິນ. ພ້ອມນັ້ນ ໃນທີ່ປະຊຸມຍັງໄດ້ຮັບຟັງການນຳສະເໜີຜົນຂອງການສຶກສາການພັດທະນາທີ່ດິນ ເຊິ່ງນຳສະເໜີໂດຍ ທ່ານ Dinh Tuan Minh, ຈາກສູນແນວທາງການແກ້ໄຂບັນຫາທາງສັງຄົມ ແລະ ເສດຖະກິດ ໂດຍອາໄສກົນໄກການຕະຫຼາດ (MASSEI) ປະເທດຫວຽດນາມ ໂດຍທ່ານໄດ້ຍົກໃຫ້ເຫັນ ຜົນຂອງການຄົ້ນຄວ້າທີ່ສະແດງໃຫ້ເຫັນວ່າ ສປປ ລາວ ຢູ່ໃນຊ່ວງຂອງການພັດທະນາພື້ນຖານໂຄງລ່າງ ໂດຍມີການສ້າງລະບົບ ໃນການເກັບກຳຂໍ້ມູນທີ່ດິນແບບຕິຈິຕອລ ທີ່ສາມາດນຳໃຊ້ໄດ້ຢ່າງສະດວກ ວ່ອງໄວ ຊັດເຈນ ຄຽງຄູ່ກັບການພັດທະນາຊຸມເພື່ອປົກປ້ອງສິດ ແລະ ຜົນປະໂຫຍດ;

ຂ່າວຈາກ: ກະດານຂ່າວ ມຊ-Kadankao
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





