
ແຜ່ນດິນໄຫວຂະໜາດ 7.0 ຣິກເຕີ ສັ່ນສະເທືອນເຂດທິເບດປະເທດຈີນ ເສຍຊີວິດ 16 ຄົນ ບາດເຈັບ 32 ຄົນ ບ້ານເຮືອນພັງກວ່າ 300 ຫຼັງ

ວັນທີ 23 ຕຸລາ 2026 ສຳນັກຂ່າວຊິນຫົວ (Xinhua) ລາຍງານວ່າ: ເກີດແຜ່ນດິນໄຫວຂະໜາດ 7.0 ໃນເຂດຫ່າງໄກຂອງເຂດປົກຄອງຕົນເອງທິເບດ ເມື່ອເວລາ 22:33 ໂມງ ຂອງວັນພະຫັດຕາມເວລາທ້ອງຖິ່ນ ສົ່ງຜົນໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະບາດເຈັບອີກ 32 ຄົນ.

ລາຍງານລະບຸວ່າ ເຮືອນຫຼາຍກວ່າ 300 ຫຼັງພັງຖະຫຼົ່ມ ຂະນະທີ່ເຈົ້າໜ້າທີ່ຍັງສືບຕໍ່ປະເມີນຄວາມເສຍຫາຍ ແລະ ດຳເນີນການຊ່ວຍເຫຼືອຜູ້ປະສົບໄພ. ທາງການໄດ້ປະກາດໃຊ້ມາດຕະການຮັບມືໄພພິບັດແຜ່ນດິນໄຫວລະດັບ 2.
ສຳນັກງານສຳຫຼວດທໍລະນີວິທະຍາສະຫະລັດ (USGS) ລະບຸວ່າ ຈຸດສູນກາງແຜ່ນດິນໄຫວຢູ່ໃນເຂດພູເຂົາ ຕາແສງມາຣູ ເມືອງບາເຊິນ ຫ່າງຈາກນະຄອນລາຊາ ເມືອງເອກຂອງເຂດປົກຄອງຕົນເອງທິເບດ ໄປທາງຕາເວັນອອກສຽງເໜືອປະມານ 390 ກິໂລແມັດ. ຈຸດສູນກາງຂອງແຜ່ນດິນໄຫວຢູ່ເລິກຈາກພື້ນດິນພຽງ 10 ກິໂລແມັດ.
ທ່ານ ລາວັງ ດັກໂປ ຮອງຫົວໜ້າຕາແສງ ເປີດເຜີຍວ່າ ແຮງສັ່ນສະເທືອນສາມາດຮັບຮູ້ໄດ້ຢ່າງຊັດເຈນພາຍໃນຫ້ອງການຕາແສງ ໂດຍພົບຮອຍແຕກຕາມຝາ. ນອກຈາກນີ້ ລະບົບໄຟຟ້າ ແລະໂທລະຄົມມະນາຄົມໃນເຂດທີ່ວ່າການເມືອງກໍໄດ້ຮັບຜົນກະທົບເຊັ່ນກັນ.
ທັງນີ້ ທິເບດເຄີຍເກີດແຜ່ນດິນໄຫວຮຸນແຮງໃນເດືອນມັງກອນ 2025 ເຊິ່ງຄັ້ງນັ້ນມີຜູ້ເສຍຊີວິດຢ່າງໜ້ອຍ 126 ຄົນ ໃນເມືອງຕິງຣີ ເຂດຊົນນະບົດຂອງເຂດປົກຄອງຕົນເອງທິເບດ.
ແຫຼ່ງຂ່າວ: Xinhua
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່





