ວັນສຸກ ທີ 23 ຕຸລາ 2026ອັບເດດລ່າສຸດ 14:47ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ປກສ ແຂວງບໍລິຄໍາໄຊ ກັກຕົວໄວລຸ້ນ 15 ປີ ລວມຕົວອາລະວາດຕີກັນ ຢູ່ແຄມຂອງ ມາເຮັດບົດບັນທຶກ ສຶກສາອົບຮົມ

ໂດຍ Jenjila
· 2 ຊົ່ວໂມງ ກ່ອນອ່ານ 2 ນາທີ8 ຄັ້ງ
ປກສ ແຂວງບໍລິຄໍາໄຊ ກັກຕົວໄວລຸ້ນ 15 ປີ ລວມຕົວອາລະວາດຕີກັນ ຢູ່ແຄມຂອງ ມາເຮັດບົດບັນທຶກ ສຶກສາອົບຮົມ

ໃນຕອນຄໍ່າຂອງວັນທີ 21 ຕຸລາ 2026 ຜ່ານມາ ເຈົ້າໜ້າທີ່ຕໍາຫຼວດກອງພັນປ້ອງກັນເຄື່ອນທີ່ ກອງບັນຊາການ ປກສ ແຂວງບໍລິຄໍາໄຊ, ໄດ້ອອກເຄື່ອນໄຫວກວດກາລາດຕະເວນວຽກງານວິຊາສະເພາະ, ໄດ້ພົບເຫັນກຸ່ມໄວລູ້ນລວມຕົວກັນກຳລັງກໍ່ກວນອາລະວາດຕີກັນ ຢູ່ບໍລິເວນຈຸດກັນເຈື່ອນແຄມຂອງ ເທດສະບານເມືອງປາກຊັນ, ທັນໃດນັ້ນເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງ ຈຶ່ງໄດ້ເຂົ້າລະງັບເຫດ ແລະ ກັກຕົວໄວລຸ້ນ 04 ຄົນ ທີ່ມີສວ່ນພົວພັນກ່ຽວຂ້ອງກັບເຫດການດັ່ງກ່າວໄວ້ເພື່ອສອບສວນເບື້ອງຕົ້ນ; ຜ່ານການສືບສວນ-ສອບສວນ ຮູ້ຊື່ 1. ທ້າວ ຊະນະ ໄຊພອນປະເສີດ, ອາຍຸ 16 ປີ, ຢູ່ບ້ານໂພນສະອາດ, ເມືອງປາກຊັນ; 2. ທ້າວ ນິວ ພົນສຸລິນ, ຢູ່ບ້ານປາກຊັນ, 3. ທ້າວ ພັດ ວິໄລວັນ, ອາຍຸ 15 ປີ, ທ້າວ ອາຫຼົງ, ອາຍຸ 15 ປີ, ທັງສອງຢູບ້ານ ໜອງຜໍາ, ເມືອງປາກຊັນ; ພວກກ່ຽວທັງ 04 ຄົນໄດ້ໃຫ້ການຍອມຮັບສາລະພາບວ່າ ຜ່ານມາເຄີຍກໍ່ອາລະວາຕີກັນມາແລ້ວ 01 ຄັ້ງ ແລະ ຄັ້ງນີ້ເປັນຄັ້ງທີ 02 ເຊິ່ງຄູ່ກໍລະນີມີປະມານ 10 ກ່ວາຄົນ ແຕ່ບໍ່ຊາບທີ່ຢູ່ແນ່ນອນ; ການກະທໍາຂອງພວກກ່ຽວແມ່ນມີການເຄື່ອນໄຫວເປັນນັກເລງອັນຕະພານ ເຊິ່ງການສ້າງຄວາມບໍ່ສະຫງົບ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ ທີ່ລະເມີດລະບຽບກົດໝາຍກຳນົດໃວ້.

ຕໍ່ກັບເຫດການດັ່ງກາວ ເຈົ້າໜ້າທີໄດ້ກ່າວເຕືອນ, ສືກສາອົບຮົມ ພ້ອມທັງສ້າງບົດບັນທືກ ກັບໄວລູ້ນທັງ 04 ຄົນ, ແລ້ວສົ່ງມອບຄືນໃຫ້ຜູ້ປົກຄອງຮັບໄປສຶກສາອົບຮົມໃນຂັ້ນຕໍ່ໄປ; ສ່ວນຜູ່ຮ່ວມຂະບວນການທີ່ກ່ຽວຂ້ອງເຈົ້າໜ້າທີກຳລັງເລັ່ງກວດກາ, ຕິດຕາມ ເພື່ອນຳຕົວມາ, ສືກສາອົບຮົມ ແລະ ດຳເນີນການສືບສວນ-ສອບສວນ ເພີ່ມເຕີມ; ສະນັ້ນເພື່ອຕີຖອຍປະກົດການຫຍໍ້ທໍ້ດັ່ງກ່າວ, ໃນນາມເຈົ້າໜ້າທີ່ຕໍາຫຼວດກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງບໍລິຄໍາໄຊ ຂໍຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງ ແລະ ທຸກອົງການຈັດຕັ້ງທາງສັງຄົງ ຈົ່ງຊ່ວຍກັນສຶກສາອົບຮົມລູກຫຼານຂອງຕົ້ນ ດ້ວຍຫຼາຍຮູບການ, ຫຼາຍວິທີການ ໂດຍສະເພາະແມ່ນນໍາເອົາບາງເນື້ອໃນຂອງລະບຽບກົດໝາຍ ເປັນຕົ້ນປະມວນກົດໝາຍອາຍາ ສປປ ລາວ ມາດຕາ 124 ການສ້າງ ຫຼື ການກໍ່ຕັ້ງກຸ່ມແກ້ງນັກເລງອັນຕະພານ ແລະ ມາດຕາ 194 ການທໍາຮ້າຍຮ່າງກາຍ ເຮັດໃຫ້ຜູ້ອື່ນບາດເຈັບ, ເສຍອົງຄະ ແລະ ເສຍຊີວິດ ທັງນີ້ກໍເພື່ອເຮັດໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ, ບໍ່ໃຫ້ໄປເຄື່ອໄຫວດກະທໍາຜິດຄືເຫດການດັ່ງກ່າວ, ແລ້ວຕັ້ງໜ້າສືກສາຮໍ່າຮຽນ, ອອກແຮງງານທຳມາຫາກີນທີ່ສຸດຈະລີດ, ປະພຶດຕົວກາຍເປັນພົນລະເມືອງດີຂອງສັງຄົມ.

ທີ່ມາ: ປ້ອງກັນຄວາມສະຫງົບ ແຂວງບໍລິຄຳໄຊ ·

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນສຸກ 23 ຕຸລາ 2026 · ຂຶ້ນ 12 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່