ກັງຫັນລົມ ຢູ່ ສ.ເກົາຫລີ ຫັກລົງທັບທາງ ໂຊກດີບໍ່ມີລົດແລ່ນຂະນະເກີດເຫດ
Pele
ເຜີຍແຜ່: 4 February 2026, 16:30
ປັບປຸງຫຼ້າສຸດ: 4 February 2026, 16:30
ອ່ານ 44 ຄັ້ງ

ວັນທີ 2 ກຸມພາ 2026 ເກີດເຫດເສົາກັງຫັນລົມຜະລິດໄຟຟ້າ ສູງປະມານ 80 ແມັດ ຢູ່ຟາມກັງຫັນລົມ ໃນເມືອງຍອງດອກ ແຂວງຄະຍອງຊັງເໜືອ ສ.ເກົາຫລີ ຫັກ ແລະ ລົ້ມລົງທັບທາງ ເຮັດໃຫ້ທາງຖືກປິດການສັນຈອນຊົ່ວຄາວ ແຕ່ບໍ່ມີລາຍງານຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດ.

ເຈົ້າໜ້າທີ່ຕຳຫລວດ ແລະ ດັບເພີງລະບຸວ່າ: ເສົາກັງຫັນລົມຫັກບໍລິເວນຍ່ານກາງເສົາ ເຮັດໃຫ້ໂຄງສ້າງລົ້ມທັບຂວາງທາງ ຈົນເຮັດໃຫ້ລົດບໍ່ສາມາດສັນຈອນໄປມາໄດ້ ເຈົ້າໜ້າທີ່ໄດ້ເລັ່ງກວດກາປັບປຸງພື້ນທີ່ສ່ຽງເພື່ອຄວາມປອດໄພ.

ປັດຈຸບັນ ຍັງຢູ່ລະຫວ່າງການກວດສອບຫາສາເຫດ ລວມເຖິງກວດສອບຄວາມເປັນໄປໄດ້ຂອງຄວາມບໍ່ໄດ້ມາດຕະຖານດ້ານໂຄງສ້າງ ເພື່ອປະເມີນຄວາມເສຍຫາຍແລະປ້ອງກັນອຸປະຕິເຫດເພີ່ມ, ຟາມກັງຫັນລົມດັ່ງກ່າວມີກັງຫັນລວມ 24 ເສົາ ແຕ່ລະເສົາມີຄວາມສູງ 80 ແມັດ ໃບພັດຍາວ 41 ແມັດ ແລະ ແຕ່ລະໃບພັດໜັກປະມານ 5 ໂຕນ.

ຂໍ້ມູນ: World Forum
ແບ່ງປັນ:


