MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ແມັກຊິໂກເດືອດ! ແກັ້ງຄ້າຢາຕິດອາວຸດບຸກຈູດເຜົາເມືອງ ຫລັງຈາກກອງທັບ ສັງຫານ “ເອລ ເມັນໂຊ” ເຈົ້າພໍ່ຄ້າຍາ ເບີ1 ຂອງແມັກຊິໂກ

ແມັກຊິໂກເດືອດ! ແກັ້ງຄ້າຢາຕິດອາວຸດບຸກຈູດເຜົາເມືອງ ຫລັງຈາກກອງທັບ ສັງຫານ "ເອລ ເມັນໂຊ" ເຈົ້າພໍ່ຄ້າຍາ ເບີ1 ຂອງແມັກຊິໂກ

Pele
ເຜີຍແຜ່: 24 February 2026, 10:03
ປັບປຸງຫຼ້າສຸດ: 24 February 2026, 10:03
ອ່ານ 44 ຄັ້ງ
ແມັກຊິໂກເດືອດ! ແກັ້ງຄ້າຢາຕິດອາວຸດບຸກຈູດເຜົາເມືອງ ຫລັງຈາກກອງທັບ ສັງຫານ "ເອລ ເມັນໂຊ" ເຈົ້າພໍ່ຄ້າຍາ ເບີ1 ຂອງແມັກຊິໂກ

ສໍານັກຂ່າວ CNN ລາຍງານວັນທີ 23 ກຸມພາ 2026 ກອງທັບແມັກຊິ ປະສົບຜົນສຳເລັດໃນການວິສາມັນ “ເອລ ເມັນໂຊ” (El Mencho) ຫົວໜ້າແກັ້ງຄ້າຍາທີ່ຊົງອິດທິພົນ CJNG (ເບີ1) ພາຍ ຫລັງການຍິງປະທະກັນລະຫວ່າງການບຸກຈັບກຸມ ໃນຕອນເຊົ້າວັນທີ 22 ກຸມພາ ຢູ່ລັດ ຮາລິສໂກ ໂດຍມີໜ່ວຍຂ່າວລັບຂອງສະຫະລັດອາເມລິກາຮ່ວມສະໜັບສະໜູນ.

ຈາກການປະຕິບັດການດັ່ງກ່າວ ໄດ້ເຮັດໃຫ້ກຸ່ມຕິດອາວຸດ ເຄືອຂ່າຍຄ້າຢາໄດ້ອອກມາຕອບໂຕ້ດ້ວຍການ ຈູດໄຟເຜົາລົດ ແລະ ປິດຫົນທາງ ພ້ອມກັບໂຈມຕີເຈົ້າໜ້າທີ່ໃນຫລາຍລັດ ເຮັດໃຫ້ສະຖານະການປັ່ນປ່ວນຢ່າງໜັກ. ທາງການສະຫະລັດອາເມລິກາ ໄດ້ອອກປະກາດເຕືອນພົນລະເມືອງໃຫ້ຫລົບລີ້ໃນບ່ອນປອດໄພທັນທີ.

ສຳລັບ “ເອລ ເມັນໂຊ” ເປັນອາດຊະຍາກອນທີ່ໂລກຕ້ອງການຕົວທີ່ສຸດ ໂດຍມີຄ່າຫົວນຳຈັບສູງເຖິງ 15 ລ້ານໂດລາ (ປະມານ 322 ຕື້ກີບ). ການຕາຍຂອງເຂົາຖືເປັນໄຊຊະນະຄັ້ງໃຫຍ່ ແຕ່ກໍນຳມາເຊິ່ງຄວາມກັງວົນ ໃນການຄວບຄຸມອິດທິພົນຂອງແກັ້ງຄ້າຢາເສບຕິດໃນປະເທດ.

ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ