ພາຍຸລະດູໜາວຖະຫລົ່ມເຂົ້າສະຫະລັດອາເມລິກາ ພາກຕາເວັນອອກສຽງເໜືອ ຮຸນແຮງທີ່ສຸດໃນຮອບ 10 ປີ
ພາຍຸລະດູໜາວຖະຫລົ່ມເຂົ້າສະຫະລັດອາເມລິກາ ພາກຕາເວັນອອກສຽງເໜືອ ຮຸນແຮງທີ່ສຸດໃນຮອບ 10 ປີ
Jenjila
ເຜີຍແຜ່: 24 February 2026, 14:52
ປັບປຸງຫຼ້າສຸດ: 24 February 2026, 14:52
ອ່ານ 45 ຄັ້ງ


ພາຍຸຫິມະຖາໂຖມພາກຕາເວັນອອກສຽງເໜືອຂອງສະຫະລັດ ຫຼາຍລັດປະກາດສຸກເສີນ ຖ້ຽວບິນຖືກຍົກເລີກນັບພັນຖ້ຽວ
ພາຍຸຫິມະຮຸນແຮງໄດ້ພັດຖາໂຖມພາກຕາເວັນອອກສຽງເໜືອຂອງສະຫະລັດ ຕັ້ງແຕ່ລັດ Maryland ຈົນເຖິງ Maine ສົ່ງຜົນໃຫ້ຫຼາຍເມືອງຢຸດຊະງັກ. ຢ່າງໜ້ອຍ 7 ລັດ ລວມທັງນິວຢອກ ແລະ Pennsylvania ໄດ້ປະກາດສະພາວະສຸກເສີນ.
ນັກອຸຕຸນິຍົມວິທະຍາລະບຸວ່າ ນີ້ແມ່ນພາຍຸທີ່ຮຸນແຮງທີ່ສຸດໃນຮອບ 10 ປີ ບາງພື້ນທີ່ມີຫິມະສະສົມຫຼາຍກວ່າ 90 ເຊັນຕີແມັດ ສົ່ງຜົນໃຫ້ໂຮງຮຽນປິດ ລະບົບຂົນສົ່ງສາທາລະນະຢຸດໃຫ້ບໍລິການ ແລະ ປະຊາຊົນກວ່າເຄິ່ງລ້ານຄົນປະສົບກັບບັນຫາໄຟຟ້າດັບ.
ຖ້ຽວບິນກວ່າ 5,600 ຖ້ຽວຖືກຍົກເລີກໃນວັນດຽວ ແລະ ອີກກວ່າ 2,000 ຖ້ຽວໃນວັນຖັດມາ ສະໜາມບິນໃນນິວຢອກ, ນິວເຈີຊີ ແລະ Boston ໄດ້ຮັບຜົນກະທົບຢ່າງໜັກ.
ທາງການໄດ້ເຕືອນປະຊາຊົນໃຫ້ຫຼີກລ່ຽງການເດີນທາງ ຂະນະດຽວກັນຄາດວ່າອາດຈະມີພາຍຸລູກໃໝ່ເຂົ້າຊ້ຳໃນຊ່ວງທ້າຍອາທິດນີ້.






ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ


