ພິທີເປີດນໍາໃຊ້ລົດເມດ່ວນ BRT ຢ່າງເປັນທາງການ

ພິທີເປີດບໍລິການລົດເມດ່ວນ (BRT) ເຊື່ອມຕໍ່ຈາກສະຖານີດັ່ງກ່າວ ຈັດຂຶ້ນໃນວັນທີ 20 ເມສານີ້, ເປັນກຽດເຂົ້າຮ່ວມຂອງທ່ານ ນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ມີທ່ານ ຈັນທະລາ ພົມມະຈັກ ຫົວໜ້າກົມຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ບຸນຍະວັດ ນິຣະໄຊ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ການໃຫ້ບໍລິການລົດເມດ່ວນ (BRT) ມີສາຍທາງ: ຕະຫຼາດເຊົ້າ ຫາສວນເຈົ້າຟ້າງຸ່ມ
ຜ່ານ 4 ແຍກມະໂຫສົດ ແລ້ວແລ່ນຂຶ້ນຖະໜົນເສດຖາທິລາດ ໄປສະຖານີເຈົ້າຟ້າງຸ່ມ. ໂດຍການຈັດລະບຽບເສັ້ນທາງໃໝ່ຄື: ເລນຂວາ ແມ່ນລົດທົ່ວໄປແລ່ນ, ເລນກາງ ແມ່ນລົດເມດ່ວນ BRT ແລ່ນຂາລົງ ສ່ວນເລນຊ້າຍ ແມ່ນລົດເມດ່ວນ BRT ຂາຂຶ້ນ. ດັ່ງນັ້ນ, ຈຶ່ງຂໍຄວາມຮ່ວມມືນໍາບັນດານັກຂັບຂີ່ຈົ່ງພ້ອມກັນນໍາໃຊ້ລົດ ໃຊ້ຖະໜົນໃຫ້ຖືກເລນ ເພື່ອຄວາມປອດໄພຂອງທຸກຄົນ ທັງເປັນການຫຼຸດຜ່ອນບັນຫາອຸບັດ ເຫດທາງຖະໜົນ.


