MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອີຣານໂຈມຕີເຮືອສິນຄ້າໃກ້ຊ່ອງແຄບຮໍມຸດ ເສຍຫາຍໜັກ ຫຼັງສະຫະລັດ ຂະຫຍາຍເວລາຢຸດຍິງ

ອີຣານໂຈມຕີເຮືອສິນຄ້າໃກ້ຊ່ອງແຄບຮໍມຸດ ເສຍຫາຍໜັກ ຫຼັງສະຫະລັດ ຂະຫຍາຍເວລາຢຸດຍິງ

kaling
ເຜີຍແຜ່: 22 April 2026, 14:43
ປັບປຸງຫຼ້າສຸດ: 22 April 2026, 15:27
ອ່ານ 40 ຄັ້ງ
ອີຣານໂຈມຕີເຮືອສິນຄ້າໃກ້ຊ່ອງແຄບຮໍມຸດ ເສຍຫາຍໜັກ ຫຼັງສະຫະລັດ ຂະຫຍາຍເວລາຢຸດຍິງ

ສະຖານະການຄວາມຕຶງຄຽດໃນຕາເວັນອອກກາງທວີຄວາມຮຸນແຮງຂຶ້ນ ຫຼັງມີລາຍງານວ່າເຮືອຄອນເທນເນີລຳໜຶ່ງຖືກໂຈມຕີໃກ້ ຊ່ອງແຄບຮໍມຸດ  ໃນຕອນເຊົ້າຂອງວັນພຸດ ທັ້ງໆທີ່ສະຫະລັດອາເມລິກາໄດ້ຂະຫຍາຍເວລາຢຸດຍິງແບບບໍ່ມີກຳນົດ

ສູນປະຕິບັດການການຄ້າທາງທະເລແຫ່ງສະຫະລາຊະອານາຈັກ (UK Maritime Trade Operations) ຫຼື UKMTO ລະບຸວ່າ ເຮືອດັ່ງກ່າວຖືກເຮືອປືນຂອງ ກອງກຳລັງພິທັກຮັກສາການປະຕິວັດອິສລາມ (IRGC) ເຂົ້າໃກ້ຊິດໂດຍບໍ່ມີການແຈ້ງເຕືອນທາງວິທະຍຸລ່ວງໜ້າ ກ່ອນຈະເປີດສາດຍິງໃສ່ເຮືອ

ລາຍງານລະບຸວ່າ ການໂຈມຕີດັ່ງກ່າວສ່ງຜົນໃຫ້ ຂົວເດີນເຮືອ ຂອງເຮືອໄດ້ຮັບຄວາມເສຍຫາຍຢ່າງໜັກ ຢ່າງໃດກໍຕາມ ລູກເຮືອທັງໝົດປອດໄພດີ ແລະ ບໍ່ມີເຫດໄຟໄໝ້ ຫຼື ຜົນກະທົບຕໍ່ສິ່ງແວດລ້ອມແຕ່ຢ່າງໃດ

ທັງນີ້ ຍັງບໍ່ທັນມີການເປີດເຜີຍລາຍລະອຽດເພີ່ມເຕີມກ່ຽວກັບເຮືອລຳດັ່ງກ່າວ ເຊັ່ນ: ສັນຊາດຂອງເຮືອ ຫຼື ພິກັດທີ່ຕັ້ງປັດຈຸບັນ

ເຫດການຫຼ້າສຸດດັ່ງກ່າວເກີດຂຶ້ນພຽງໄລຍະເວລາສັ້ນໆ ຫຼັງຈາກທີ່ອິນເດຍໄດ້ເປີດເຜີຍວ່າ ເຮືອທີ່ຊັກທຸງອິນເດຍ 2 ລຳ ຖືກຍິງຂະນະແລ່ນຜ່ານບໍລິເວນດຽວກັນ

ກ່ອນໜ້ານີ້ ກອງກຳລັງພິທັກຮັກສາການປະຕິວັດອິສລາມ ໄດ້ປະກາດວ່າຈະປິດຊ່ອງແຄບຮໍໝູຊ ຫາກສະຫະລັດອາເມລິກາບໍ່ຍົກເລີກມາດຕະການປິດລ້ອມ ຊຶ່ງຍິ່ງເພີ່ມຄວາມກັງວົນຕໍ່ສະເຖຍລະພາບການຂົນສົ່ງພະລັງງານໂລກ ເນື່ອງຈາກຊ່ອງແຄບແຫ່ງນີ້ຖືເປັນເສັ້ນທາງສຳຄັນໃນການຂົນສົ່ງນ້ຳມັນ ແລະ ສິນຄ້ານານາຊາດ.
ທີ່ມາ: CNN

ແບ່ງປັນ:
‹ ກັບໄປໝວດຂ່າວຕ່າງປະເທດ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ