ສະຫະພັນກຳມະບານ ອົງການໄອຍະການປະຊາຊົນສູງສຸດ ສ້າງຂະບວນການອະນາໄມລວມ
Pele
ເຜີຍແຜ່: 4 May 2026, 13:50
ປັບປຸງຫຼ້າສຸດ: 4 May 2026, 13:50
ອ່ານ 41 ຄັ້ງ

ສະຫະພັນກຳມະບານ ອົງການໄອຍະການປະຊາຊົນສູງສຸດ (ອອປສ) ສ້າງຂະບວນການອານະໄມລວມພາຍໃນສຳນັກງານຂອງຕົນ ເພື່ອສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 140 ປີ (1 ພຶດສະພາ 1886-1 ພຶດສະພາ 2026) ຂຶ້ນໃນວັນທີ 30 ເມສາ 2026, ໃນການອອກແຮງງານອະນາໄມລວມຄັ້ງນີ້ ໄດ້ອານະໄມຕາມເດີ່ນທາງດ້ານໜ້າ ແລະ ດ້ານຫຼັງຂອງສຳນັກງານ ເພື່ອຄວາມສະອາດຈົບງາມ ຊຶ່ງນຳພາໂດຍ ຄະນະສະຫະພັນກຳມະບານອົງການໄອຍະການປະຊາຊົນສູງສຸດ ຊຶ່ງມີສະມາຊິກກຳມະບານເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.

ຂ່າວ: ເນີດມີໄຊ
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ


