ນາຍົກລັດຖະມົນຕີ ທ່ານ ສອນໄຊ ສີພັນດອນ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 7-8 ພຶດສະພາ 2026 ທີ່ຟິລິບປິນ
Jenjila
ເຜີຍແຜ່: 5 May 2026, 16:48
ປັບປຸງຫຼ້າສຸດ: 5 May 2026, 16:50
ອ່ານ 58 ຄັ້ງ


ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຈະນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 48 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໂດຍການເປັນປະທານອາຊຽນ ຂອງຟີລິບປິນ ພາຍໃຕ້ຄໍາຂວັນ “ການນໍາທາງອະນາຄົດຂອງອາຊຽນຮ່ວມກັນ” ໃນວັນທີ 7-8 ພຶດສະພາ 2026 ທີ່ເຊບູ ປະເທດຟີລິບປິນ, ໂດຍຕອບສະໜອງຕາມການເຊື້ອເຊີນ ຂອງທ່ານ ເຟີດິນານ ມາຄອດ ຈູເນຍ ປະທານາທິບໍດີ ແຫ່ງ ສາທາລະນະລັດ ຟີລິບປິນ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານ ສອນໄຊ ສີພັນດອນ ຍັງມີແຜນຈະພົບປະສອງຝ່າຍກັບຄູ່ຮ່ວມຕໍາແໜ່ງ ຈາກບາງປະເທດສະມາຊິກອາຊຽນ.
ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ


