ຈັບຕົວກຸ່ມແກ້ງຄໍເຊັນເຕີ ຢູ່ເມືອງຕົ້ນເຜິ້ງ ໄດ້ເພີ່ມ 62 ຄົນ 4 ສັນຊາດ
Pele
ເຜີຍແຜ່: 13 May 2026, 10:31
ປັບປຸງຫຼ້າສຸດ: 13 May 2026, 10:31
ອ່ານ 57 ຄັ້ງ

ປກສ ແຂວງບໍ່ແກ້ວ ລາຍງານວ່າ: ວັນທີ 12 ພຶດສະພາ 2026 ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໄດ້ມ້າງກຸ່ມແກ້ງຄໍເຊັນເຕີ ທີ່ເຄື່ອນໄຫວຢູ່ເມືອງຕົ້ນເຜິ້ງ ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 62 ຄົນ, ຍິງ 17 ຄົນ.

– ສັນຊາດມຽນມາ 44 ຄົນ, ຍິງ 15 ຄົນ
– ສັນຊາດຈີນ 4 ຄົນ, ຍິງ 1 ຄົນ
– ສັນຊາດ ອິນເດຍ 10 ຄົນ, ຍິງ 1
– ສັນຊາດ ເອທີໂອເປຍ 4 ຄົນ

ຍຶດເຄື່ອງຂອງກາງໄດ້ ມີຄອມພີວເຕີຕັ້ງໂຕະ, ຄອມພີວເຕີໂນດບຸກ ແລະ ໂທລະສັບມືຖື ຈຳນວນຫລາຍ.

ປັດຈຸບັນ, ທາງເຈົ້າໜ້າທີ່ພວມດໍາເນີນການສືບສວນ-ສອບສວນຂະຫຍາຍຜົນ ເພື່ອຊອກຫາຜູ້ຮ່ວມຂະບວນການກະທຳຜິດມາດຳເນີນຄະດີຕາມລະບຽບກົດໝາຍ.

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ


