MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ມ້າງກຸ່ມແກ້ງຄໍເຊັນເຕີ.

ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ມ້າງກຸ່ມແກ້ງຄໍເຊັນເຕີ.

Pele
ເຜີຍແຜ່: 15 May 2026, 09:38
ປັບປຸງຫຼ້າສຸດ: 15 May 2026, 09:38
ອ່ານ 42 ຄັ້ງ
ເຈົ້າໜ້າທີ່ ປກສ ແຂວງສະຫວັນນະເຂດ ມ້າງກຸ່ມແກ້ງຄໍເຊັນເຕີ.

ໃນວັນທີ 13 ພຶດສະພາ 2026 ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງສະຫວັນນະເຂດ,ສົມທົບກັບ ໄອຍະການປະຊາຊົນແຂວງ, ໄດ້ທຳການກວດຄົ້ນເຄຫະສະຖານເຊິ່ງເປັນປະເພດ ໂຮງແຮມ ຢູ່ບ້ານໜອງຜື ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ

ເຊິ່ງມີຂໍ້ມູນສົງໃສວ່າມີການເຄືອນໄຫວກໍ່ອາດສະຍາກຳ ທາງດ້ານຄອບພິວເຕີ ໃນນີ້ມີຄົນຕ່າງປະເທດທັງໜົດທີ່ເປັນຄົນສັນຊາດໄທຈຳນວນ 101 ຄົນ,ຍິງ 42 ຄົນ ແລະ ຢຶດເຄື່ອງຂອງກາງປະເພດຄອມພິວເຕີ,ໂທລະສັບມືຖື ຈຳນວນຫຼາຍລາຍການ.

ປັດຈຸບັນແມ່ນຢູ່ໃນຂັ້ນຕອນການສືບສວນ-ສອບສວນ ຂອງເຈົ້າໜ້າທີ່ຕາມລະບຽບກົດໝາຍແຫ່ງ ສປປ ລາວ.

ຂ່າວ:ຄວາມສະຫງົບ Lao Security News

ແບ່ງປັນ:
‹ ກັບໄປໝວດຂ່າວພາຍໃນ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ