ກ່ຽວກັບພວກເຮົາ
ກຸ່ມບໍລິສັດ ລາວໃຕ້ ການ ຄ້າ ແລະ ການລົງທຶນ ຈໍາກັດ
ເປັນບໍລິສັດຊັ້ນນຳທາງດ້ານຮັບເໝົາກໍ່ສ້າງຂົວທາງ, ຕຶກອາຄານ ແລະ ເຄຫາສະຖານ, ມີປະສົບການຫຼາຍກວ່າ 10 ປີ, ມີພະນັກງານວິຊາການທີ່ມີຄວາມຊຽວຊານສະເພາະດ້ານ ເຊັ່ນ: ດ້ານການອອກແບບ, ດ້ານການສໍາຫຼວດ ແລະ ດ້ານການກໍ່ສ້າງ. ພາຍໃຕ້ ເຂືອກຸ່ມບໍລິສັດ ລາວໃຕ້ ຂອງພວກເຮົາ ຍັງມີບໍລິສັດລູກ ທີ່ພ້ອມໃຫ້ບໍລິການປ່ອຍເຊົ່າລົດຫຼູ, ຜະລິດ ແລະ ຈໍາໜ່າຍເຄື່ອງນຸ່ງຊົນເຜົ່າ, ຈັດຊື້ອຸປະກອນສໍາລັບອຸດສາຫະກໍາໜັກ-ເບົາ, ໃຫ້ຄໍາປຶກສາດ້ານວິເຄາະການເງິນ-ວາງແຜນການລົງທຶນ ແລະ ອື່ນໆ ເປັນຕົ້ນ.
ຈຸດເລີ່ມຕົ້ນ ແລະ ບາດກ້າວ ໃນການຂະຫຍາຍຕົວຂອງບໍລິສັດ
ກຸ່ມບໍລິສັດ ລາວໃຕ້ ການຄ້າ ແລະ ການລົງທຶນ ຈໍາກັດ, ເລີ່ມຕົ້ນຈາກເປັນບໍລິສັດຮັບເໝົາກໍ່ສ້າງ ແລະ ສະ ໜອງຈັດຊື້ວັດສະດຸ-ອຸປະກອນສໍາລັບອຸດສາຫະກໍາໜັກ-ເບົາ, ນັບແຕ່ອະດີດຈົນເຖິງປະຈຸບັນ ກຸ່ມບໍລິສັດ ລາວໃຕ້ ເປັນກຸ່ມບໍລິສັດ ພວມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີແຜນຂະຫຍາຍທຸລະກິດ ຂອງອົງກອນ ຢ່າງຊັດເຈນ ເພື່ອຂັບເຄື່ອນອົງກອນກ່າວໄປຂ້າງໜ້າຢູ່ສະເໝີ ແລະ ພ້ອມທີ່ຈະເປັນໜື່ງໃນກຸ່ມບໍລິສັດຊັ້ນແຖວໜ້າຂອງ ສປປ ລາວ ໂດຍຍຶດຖືຄໍາຂັວນ ຂອງກຸ່ມບໍລິສັດທີ່ວ່າ: “ລາວໃຕ້ ກ້າວໄກກ້າວໄປສູ່ຄວາມສໍາເລັດທີ່ຍິ່ງໃຫ່ຍ”.
- ປະເພດ
- ອະສັງຫາ ແລະ ກໍ່ສ້າງ
- ທີ່ຕັ້ງ
- ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
ຕິດຕໍ່
- ເວັບໄຊlaotaigroup.com
- Facebookເປີດ Facebook
- ທີ່ຢູ່ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
ສົ່ງຂໍ້ຄວາມຫາ ກຸ່ມບໍລິສັດລາວໃຕ້ ການຄ້າ-ການລົງທຶນ ຈໍາກັດ LaoTai Trading – Investment Group
ຂໍ້ຄວາມສົ່ງເຖິງບໍລິສັດຜ່ານມະຫາສານ · ພວກເຮົາບໍ່ເປີດເຜີຍອີເມວຂອງບໍລິສັດ.
ເປັນເຈົ້າຂອງທຸລະກິດນີ້ບໍ? ອ້າງສິດຟຣີ ເພື່ອແກ້ໄຂຂໍ້ມູນ, ຮັບຂໍ້ຄວາມ ແລະ ລົງປະກາດ.
ອ້າງສິດທຸລະກິດຂໍ້ມູນບາງສ່ວນມາຈາກ werkjob.com · ອັບເດດ 24/10/2026 · ລາຍງານຂໍ້ມູນຜິດ

