MAHAXAN.COM

ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອັບເດດສະພາບອາກາດຊ່ວງແລງຂອງວັນທີ 08 ກັນຍາ 2026 ເວລາ 18:00 ຫາ 07:00 ໂມງ

ອັບເດດສະພາບອາກາດຊ່ວງແລງຂອງວັນທີ 08 ກັນຍາ 2026 ເວລາ 18:00 ຫາ 07:00 ໂມງ

Jenjila
ເຜີຍແຜ່: 8 September 2026, 15:59
ປັບປຸງຫຼ້າສຸດ: 8 September 2026, 16:10
ອ່ານ 30 ຄັ້ງ
ອັບເດດສະພາບອາກາດຊ່ວງແລງຂອງວັນທີ 08 ກັນຍາ 2026 ເວລາ 18:00 ຫາ 07:00 ໂມງ

ຮ່ອງຄວາມກົດດັນອາກາດຕໍ່າ ຫຼື ຮ່ອງຝົນ ຍັງພາດຜ່ານຢູ່ພາກເໜືອດ້ານຕາເວັນຕົກ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ, ຊຶ່ງຈະເຮັດໃຫ້ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ໃນແຕ່ລະພາກ ແລະ ຈະຕົກໃນລະດັບປານກາງ ຫາ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້ ພ້ອມຈະມີລົມພັດເປັນບາງໂອກາດ.

ດັ່ງນັ້ນ, ຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ທີ່ຈະເຮັດໃຫ້ມີນໍ້າຖ້ວມຊຸ, ຖ້ວມຍື່ງ, ດິນເຈື່ອນ ແລະ ນໍ້າຖ້ວມອັ່ງໃນຕົວເມືອງ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

ແບ່ງປັນ:
‹ ກັບໄປໝວດພະຍາກອນອາກາດ

ຂ່າວທີ່ກ່ຽວຂ້ອງ

ອ່ານຫຼາຍທີ່ສຸດ

ຂ່າວຫຼ້າສຸດ