
ສປ ຈີນ ເຂົ້າເປັນສະມາຊິກ ອົງການການຄ້າໂລກ ຄົບຮອບ 25 ປີ

ວິທະຍຸ ໂທລະພາບ ສູນກາງຈີນ, ເມື່ອບໍ່ດົນມານີ້, ສປ ຈີນ ໄດ້ຈັດກອງປະຊຸມ ສົນທະນາ ລະດັບສູງ ພາຍໃຕ້ຫົວຂໍ້ “ 25 ປີ ແຫ່ງການເຂົ້າ ເປັນສະມາຊິກ ອົງການການຄ້າໂລກ(WTO)ຂອງ ສປ ຈີນ: ການເປີດປະຕູ ການພັດທະນາ ແລະ ໂອກາດ” ຢູ່ສຳນັກງານໃຫຍ່ ອົງການການຄ້າໂລກ ທີ່ນະຄອນເຊີແນວ ປະເທດສະວິດ, ໂດຍໄດ້ເຊື້ອເຊີນ ຜູ້ຊ່ຽວຊານແລະ ນັກວິຊາການ ທີ່ມີຊື່ສຽງຈາກຈີນ ແລະຕ່າງປະເທດ ມາຮ່ວມປຶກສາຫາລື ກ່ຽວກັບ ພຶດຕິກຳດ້ານການເປີດປະຕູ, ຜົນສຳເລັດ ດ້ານການພັດທະນາ ແລະ ການປະກອບສ່ວນຂອງ ສປ ຈີນ ຕໍ່ໂລກນັບແຕ່ເຂົ້າ ເປັນສະມາຊິກ WTO ເປັນຕົ້ນມາ, ພ້ອມທັງຄົ້ນຄວ້າວິທີເຮັດແນວໃດ ເພື່ອປົກປັກຮັກສາ ໂຄງປະກອບການຄ້າ ຫລາຍຝ່າຍ ໃຫ້ດີກວ່າເກົ່າໃນອະນາຄົດແລະ ຊຸກຍູ້ໃຫ້ໂລກາພິວັດ ທາງເສດຖະກິດ ໃຫ້ຜົນປະໂຫຍດ ຢ່າງທົ່ວເຖິງ ແລະກວມລວມ. ທ່ານ ຫລີເຊີງກັ່ງ ຮອງລັດຖະມົນຕີ ກະຊວງການຄ້າຈີນ ກ່າວວ່າ:ລັດທິຫລາຍຝ່າຍແມ່ນ “ກະແຈຄຳ” ເພື່ອແກ້ໄຂຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຕ່າງໆທີ່ໂລກ ພວມຜະ ເຊີນຢູ່, ບັນດາຝ່າຍຄວນໃຊ້ໂອກາດ ຈາກການປະຕິຮູບ WTO ເພື່ອເພີ່ມພະລັງແຮງໃຫ້ແກ່ ໂຄງປະກອບການຄ້າ ຫລາຍຝ່າຍ ແລະຊຸກຍູ້ໃຫ້ WTO ເສີມຂະຫຍາຍບົດບາດ ຫລາຍກວ່າເກົ່າ ເຂົ້າໃນການບໍລິຫານ ເສດຖະກິດ ທົ່ວໂລກ.ທ່ານ ນາງ ໂງຊິ ໂອຄອນໂຈ ອີເວຍລາ ຜູ້ອຳນວຍການໃຫຍ່ WTO ໄດ້ຕີລາຄາຢ່າງສູງຕໍ່ ສປ ຈີນ ທີ່ປະສົບຜົນສຳເລັດດ້ານການພັດທະນາແລະ ການປະກອບສ່ວນຂອງ ສປ ຈີນ ຕໍ່ໂລກນັບແຕ່ ເຂົ້າເປັນສະມາຊິກ WTO ເປັນຕົ້ນມາ, ທັງໄດ້ກາຍເປັນ ແບບຢ່າງໃຫ້ແກ່ ສະມາຊິກອື່ນ ທີ່ເປັນປະເທດ ພວມພັດທະນາໃນດ້ານການເຊື່ອມໂຍງ ກັບໂຄງປະກອບການຄ້າຫລາຍຝ່າຍ ແລະ ຫວັງວ່າ ສປ ຈີນຈະສືບຕໍ່ ເສີມຂະຫຍາຍບົດບາດ ທີ່ສ້າງສັນ ເຂົ້າໃນການປະຕິຮູບ WT./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













