
ສ.ອາເມລິກາ ເປີດເຜີຍຕົວເລກ ຜູ້ຂໍຮັບສະຫວັດດີການວ່າງງານ ຕ່ຳກວ່າທີ່ຄາດການໄວ້
ໂດຍ Mahaxan
· 5 ຊົ່ວໂມງ ກ່ອນອ່ານ 1 ນາທີ2 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 1:07


ສຳນັກຂ່າວ ອິນໂຟເຄວສ
ລາຍງານວ່າ: ເມື່ອບໍ່ດົນມານີ້, ກະຊວງ ແຮງງານ ສ.ອາເມລິກາ ເປີດເຜີຍຕົວເລກ ຜູ້ຍື່ນຂໍຮັບ
ສະຫວັດດີການ ວ່າງງານ ໃນຄັ້ງທຳອິດ ລວມມີ 189.000 ຄົນ, ຫລຸດລົງ 13.000
ຄົນ ເມື່ອອາທິດທີ່ຜ່ານມາ ແລະ ເປັນຕົວເລກ ຕໍ່າກວ່າ ທີ່ ນັກວິເຄາະ
ກຳນົດໄວ້ 201.000 ຄົນ.
ສ່ວນຕົວເລກ ໂດຍສະເລ່ຍ 4 ອາທິດ ຂອງ ຈຳນວນ ຊາວສ.ອາເມລິກາ
ທີ່ ຍື່ນຂໍຮັບສະຫວັດດີການ ວ່າງງານຄັ້ງທຳອິດ ເຊິ່ງເປັນຕົວ ຊີ້ວັດຕະຫລາດ ແຮງງານ ທີ່ດີກວ່າ
ເນື່ອງຈາກຊ່ວຍ ຕັດຄວາມຜັນຜວນ ແຕ່ລະອາທິດອອກໄປນັ້ນ ໄດ້ຫລຸດລົງ ລະດັບ 196.000 ຄົນ. ນອກຈາກນັ້ນ, ຂະນະດຽວກັນ ກະຊວງ ແຮງງານ
ສ.ອາເມລິກາ ລາຍງານວ່າ ຈຳນວນຊາວ ສ.ອາເມລິກາ ທີ່ ຍັງຄົງຂໍຮັບ ສະຫວັດດີການ ວ່າງງານ ຢ່າງຕໍ່ເນື່ອງ
ຫລຸດລົງ 95.000 ຄົນ ໄປສູ່ລະດັບ 1.697
ລ້ານຄົນ./
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/29403
‹ ກັບໄປໝວດຂ່າວຕ່າງປະເທດ












