
ນຳຕົວອາວ ທົດສະກຳຄືນຄະດີຄາດຕະກຳຫຼານຊາຍ! ປົມເຫດນັ່ງດື່ມເຫຼົ້າຂາວແລ້ວຜິດຖຽງກັນຮຸນແຮງ ຢູ່ເມືອງທ່າແຂກ ແຂວງຄຳມ່ວນ

ເມື່ອວັນທີ 19 ພະຈິກ 2026 ທີ່ຜ່ານມາ, ເຈົ້າໜ້າທີ່ ປກສ ເມືອງທ່າແຂກ ແຂວງຄຳມ່ວນ ໄດ້ນຳຕົວ ທ້າວ ດ້າຍ ໄຊຍະວົງ ອາຍຸ 73 ປີ ລົງເຮັດແຜນທົດສະກຳຄືນປະກອບຄຳຮັບສາລະພາບ ໃນຄະດີຄາດຕະກຳ ທ້າວ ວົງໄຊ ໄຊຍະວົງ ອາຍຸ 45 ປີ (ເຊິ່ງມີສັກເປັນຫຼານຊາຍ) ຢູ່ທີ່ເຂດບ້ານກຸງສີ ເມືອງທ່າແຂກ ແຂວງຄຳມ່ວນ.
ຕໍ່ກັບເຫດການດັ່ງກ່າວ, ເຈົ້າໜ້າທີ່ໃຫ້ຮູ້ວ່າ: ໃນວັນທີ 6 ຕຸລາ 2026, ກອງບັນຊາການ ປກສ ເມືອງທ່າແຂກ ໄດ້ຮັບແຈ້ງຈາກອຳນາດການປົກຄອງບ້ານກຸງສີ ວ່າມີເຫດການຄາດຕະກຳເກີດຂຶ້ນ. ຈຶ່ງໄດ້ແຕ່ງຕັ້ງກຳລັງວິຊາສະເພາະສົມທົບກັບພາກສ່ວນກ່ຽວຂ້ອງລົງຊັນນະສູດສະຖານທີ່ເກີດເຫດ ພົບຜູ້ເສຍຊີວິດ 1 ຄົນ ຊື່ ທ້າວ ວົງໄຊ ໄຊຍະວົງ ອາຍຸ 45 ປີ ປະຊາຊົນບ້ານດົງພູ້ ເມືອງໄຊບູລີ ແຂວງສະຫວັນນະເຂດ ສະພາບຮ່າງກາຍຖືກແທງດ້ວຍຂອງມີຄົມຢູ່ບໍລິເວນກ້ອງນົມຂ້າງຊ້າຍ 2 ຈຸດ ແລະ ສ່ວງຂ້າງເບື້ອງຂວາ 1 ຈຸດ. ສ່ວນຜູ້ລົງມືກໍ່ເຫດ (ເຊິ່ງເປັນອາວຂອງຜູ້ເສຍຊີວິດ) ຊື່ ທ້າວ ດ້າຍ ໄຊຍະວົງ ອາຍຸ 73 ປີ ປະຊາຊົນບ້ານກຸງສີ ເມືອງທ່າແຂກ ແຂວງຄຳມ່ວນ ເຊິ່ງຖືກ ປກສ ບ້ານຄວບຄຸມຕົວໄວ້ໄດ້ ພ້ອມຂອງກາງມີດປາຍແຫຼມ ດ້າມສີນ້ຳຕານ ຍາວ 30 ຊັງຕິແມັດ.




ສາເຫດ ແລະ ຄຳຮັບສາລະພາບຂອງຜູ້ກໍ່ເຫດ
ຜ່ານການສືບສວນ-ສອບສວນ, ທ້າວ ດ້າຍ ໄຊຍະວົງ ໄດ້ຮັບສາລະພາບວ່າ: ໃນວັນທີ 5 ຕຸລາ 2026, ຕົນເອງ ແລະ ຜູ້ເສຍຊີວິດ ໄດ້ນຳເອົາຫວາຍທີ່ໄປຊອກຫາຮ່ວມກັນຈຳນວນ 34 ກິໂລ ໄປຂາຍໃນລາຄາກິໂລລະ 25,000 ກີບ ລວມເປັນເງິນ 850,000 ກີບ. ພາຍຫຼັງໄດ້ເງິນແລ້ວ ທັງສອງໄດ້ພາກັນໄປຊື້ເຫຼົ້າຂາວຈຳນວນ 1 ຕຸກ (ລາຄາ 20,000 ກີບ) ມານັ່ງດື່ມຢູ່ເຮືອນຂອງ ທ້າວ ດ້າຍ ໄຊຍະວົງ.
ຈົນຮອດເວລາປະມານທ່ຽງຄືນຂອງວັນດຽວກັນ, ທັງສອງມີອາການມຶນເມົາສົມຄວນ ແລະ ໄດ້ເກີດການຜິດຖຽງກັນ ໂດຍຜູ້ເສຍຊີວິດໄດ້ເວົ້າອວດອ້າງວ່າຕົນເອງເຄີຍເປັນທະຫານສືບຂ່າວ ມີຄວາມຮູ້ຄວາມສາມາດທາງດ້ານການຕໍ່ສູ້. ທ້າວ ດ້າຍ ຈຶ່ງເວົ້າຂັດຂຶ້ນວ່າບໍ່ມັກຄົນຂີ້ໂມ້ ເຮັດໃຫ້ຜູ້ເສຍຊີວິດບໍ່ພໍໃຈ ລຸກຂຶ້ນໃຊ້ຕີນເຕະໃສ່ໃບໜ້າເບື້ອງຂວາຂອງ ທ້າວ ດ້າຍ 4-5 ບາດ ຈົນລົ້ມລົງພື້ນ ແລະ ໃຊ້ຕີນຢຽບໃບໜ້າອີກ 4 ບາດ. ດ້ວຍຄວາມໂມໂຫ, ທ້າວ ດ້າຍ ຈຶ່ງຈັບເອົາມີດປາຍແຫຼມຢູ່ກ້ອງໝອນບ່ອນນອນທີ່ຢູ່ໃກ້ຄຽງ ແທງສວນກັບໃສ່ບໍລິເວນທ້ອງ ແລະ ໜ້າເອິກຂອງຜູ້ເສຍຊີວິດຈຳນວນ 3 ບາດ. ຈາກນັ້ນ ທ້າວ ດ້າຍ ກໍໄດ້ລົ້ມນອນຍ້ອນອາການມຶນເມົາ ສ່ວນ ທ້າວ ວົງໄຊ ແມ່ນໄດ້ໄປນອນເສຍຊີວິດຢູ່ເຮືອນຄົວ ຈົນຮອດຕອນເຊົ້າວັນທີ 6 ຕຸລາ 2026 ຈຶ່ງມີການແຈ້ງເຈົ້າໜ້າທີ່ເຂົ້າຄວບຄຸມຕົວ.
ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະກຳລັງສະຫຼຸບຂໍ້ມູນ, ພະຍານ, ຫຼັກຖານ ແລະ ສຳນວນຄະດີ ເພື່ອສົ່ງໃຫ້ພາກສ່ວນກ່ຽວຂ້ອງດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍຕໍ່ໄປ.
ພາບ-ຂ່າວ: ນີວອນ
ທີ່ມາ: ລາຍການ ຄວາມສະຫງົບແຂວງຄຳມ່ວນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







