ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 13:38ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ສ້າງຂະບວນການສາມັກຄີ ແລະ ສົ່ງເສີມພອນສະຫວັນເຍົາວະຊົນ ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ໂດຍ Jenjila
· 17 ນາທີ ກ່ອນອ່ານ 2 ນາທີ2 ຄັ້ງ
ສ້າງຂະບວນການສາມັກຄີ ແລະ ສົ່ງເສີມພອນສະຫວັນເຍົາວະຊົນ ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026
ADadvertisement
ADadvertisement
ADadvertisement

ງານພົບປະເຍົາວະຊົນທັນວາ ປະຈໍາປີ 2026 ຈັດຂຶ້ນໃນວັນທີ 20 ພະຈິກຜ່ານມາ ທີ່ໂຮງຮຽນມັດທະ ຍົມສົມບູນ ຟ້າສີຄາມ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໂດຍມີທ່ານ ພູວອນ ພົງລາດແລ້ວ ຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ຜູ້ຊີ້ນຳວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ບັນດາຫ້ອງການ, ຄະນະກໍາມະການປົກຄອງຕາແສງ, ບ້ານ, ຄະນະຜູ້ອໍານວຍການໂຮງຮຽນ, ຄູ-ອາຈານ ແລະ ສະມາ ຊິກເຍົາວະຊົນທັນວາ ເຂົ້າຮ່ວມ.

ສ້າງຂະບວນການສາມັກຄີ ແລະ ສົ່ງເສີມພອນສະຫວັນເຍົາວະຊົນ ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ທ່ານ ຄູນໄຊ ມະນີວົງ ກຳມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມ ປປລ ເມືອງນາຊາຍທອງ ກ່າວວ່າ: ການຈັດງານຄັ້ງນີ້, ເພື່ອສ້າງຂະບວນການຂ່ໍານັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 51 ປີ, ວັນຄ້າຍວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 106 ປີ, ວັນສ້າງຕັ້ງເຍົາວະຊົນທັນວາ ຄົບຮອບ 71 ປີ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີຄວາມສາມັກຄີຢ່າງແໜ້ນແຟ້ນ.

ສ້າງຂະບວນການສາມັກຄີ ແລະ ສົ່ງເສີມພອນສະຫວັນເຍົາວະຊົນ ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026 · ຮູບທີ 2

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ຈຸດປະສົງເພື່ອເປັນການປູກຈິດສໍານຶກໃຫ້ສະມາຊິກເຍົາວະຊົນທັນວາ ໄດ້ຮັບຮູ້ໃນການເຄື່ອນໄຫວບັນດາ ກິດຈະກໍາຕ່າງໆ ເຮັດໃຫ້ສະມາຊິກເຍົາວະຊົນ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ລະຫວ່າງ ສະມາຊິກເຍົາວະຊົນຢູ່ໂຮງຮຽນພາກລັດ ແລະ ເອກະຊົນ ໄດ້ຮູ້ຈັກຮັກແພງ ສ້າງຄວາມສາມັກຄີ, ຮູ້ຈັກຊ່ວຍເຫຼືອຊຶ່ງກັນ ແລະ ກັນ, ຮູ້ຈັກເກມກິລາການແຂ່ງຂັນ, ຮູ້ແພ້-ຮູ້ຊະນະ, ຮູ້ໃຫ້ອາໄພຊຶ່ງກັນ ແລະ ກັນ, ພ້ອມທັງເປັນການສ້າງໃຫ້ເຍົາວະຊົນ ໄດ້ມີໂອກາດໃນການກ້າສະແດງອອກທາງດ້ານຄວາມຮູ້, ຄວາມສາມາດ ແລະ ພອນສະຫວັນຂອງຕົນ ທັງເປັນການຍົກສູງບົດບາດຂອງອົງການຈັດຕັ້ງເຍົາວະຊົນທັນວາ ໃຫ້ມີຂະບວນການທີ່ພົ້ນເດັ່ນ, ມີຄວາມເຂັ້ມແຂງຂຶ້ນ.

ສ້າງຂະບວນການສາມັກຄີ ແລະ ສົ່ງເສີມພອນສະຫວັນເຍົາວະຊົນ ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026 · ຮູບທີ 3

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ງານພົບປະຄັ້ງນີ້, ປະກອບມີກິດຈະກໍາສະແດງສິລະປະ-ວັນນະຄະດີ (ຟ້ອນລວມໝູ່, ຮ້ອງເພງ) ກິດຈະກໍາແບບແຜນເຍົາວະຊົນ, ຕອບຄໍາຖາມວິທະຍາສາດ, ກິດຈະກໍາຮ່າຍນໍ້າໃສ່ແກ້ວ ແລະ ອື່ນໆ.

ສ້າງຂະບວນການສາມັກຄີ ແລະ ສົ່ງເສີມພອນສະຫວັນເຍົາວະຊົນ ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026 · ຮູບທີ 4

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ສ້າງຂະບວນການສາມັກຄີ ແລະ ສົ່ງເສີມພອນສະຫວັນເຍົາວະຊົນ ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026 · ຮູບທີ 5

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ສ້າງຂະບວນການສາມັກຄີ ແລະ ສົ່ງເສີມພອນສະຫວັນເຍົາວະຊົນ ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026 · ຮູບທີ 6

ງານພົບປະເຍົາວະຊົນທັນວາ ທົ່ວເມືອງນາຊາຍທອງ ປະຈຳປີ 2026

ແຫຼ່ງຂ່າວ: ວຽງຈັນໃໝ່

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່