ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 09:32ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ບຸກຈັບກຸ່ມຄົນໄທ ແລະ ມຽນມາ ລັກລອບເປີດການພະນັນອອນລາຍ ທັງໝົດ 13 ຄົນ ຍິງ 9 ຄົນ

ໂດຍ Jenjila
· 9 ນາທີ ກ່ອນອ່ານ 1 ນາທີ4 ຄັ້ງ
ເຈົ້າໜ້າທີ່ບຸກຈັບກຸ່ມຄົນໄທ ແລະ ມຽນມາ ລັກລອບເປີດການພະນັນອອນລາຍ ທັງໝົດ 13 ຄົນ ຍິງ 9 ຄົນ
ADadvertisement
ADadvertisement
ADadvertisement

ໜ່ວຍສະເພາະກິດ ກະຊວງ ປກສ ສົບທົບກັບເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ເຂົ້າກວດຄົ້ນ ແລະ ຈັບກຸມກຸ່ມຄົນຕ່າງປະເທດ ທີ່ລັກລອບເປີດພະນັນອອນລາຍ ຢູ່ບ້ານດຸງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນວັນທີ 20 ພະຈິກ 2026 ສາມາດກັກຕົວຜູ້ຖືກຫາໄດ້ທັງໝົດ 13 ຄົນ ຍິງ 9 ຄົນ ພ້ອມຂອງກາງອຸປະກອນການກະທຳຜິດຈຳນວນຫຼາຍ.

ເຈົ້າໜ້າທີ່ບຸກຈັບກຸ່ມຄົນໄທ ແລະ ມຽນມາ ລັກລອບເປີດການພະນັນອອນລາຍ ທັງໝົດ 13 ຄົນ ຍິງ 9 ຄົນ

ຈາກການກວດກາຜູ້ຖືກຫາ ຈຳນວນ 13 ຄົນ ຍິງ 9 ຄົນ ພົບ 2 ສັນຊາດ ໃນນີ້, ສັນຊາດໄທ 10 ຄົນ ຍິງ 7 ຄົນ, ສັນຊາດມຽນມາ 3 ຄົນ ຍິງ 2 ຄົນ ພ້ອມຍຶດເຄື່ອງທີ່ໃຊ້ເຂົ້າໃນການກະທຳຜິດ ປະກອບມີ ຄອມພິວເຕີຕັ້ງໂຕະ ຈຳນວນ 27 ໜ່ວຍ ແລະ ໂທລະສັບມືຖື 341 ໜ່ວຍ.

ກຸ່ມຄົນດັ່ງກ່າວໃຊ້ຮູບແບບເຊົ່າເຮືອນທີ່ພາຍນອກຮົກເຮືອມີຫຍ້າຕຶບໜາ ແລະ ກຳແພງເຮືອນສູງຄືບໍ່ມີຄົນອາໄສຢູ່ ເພື່ອອຳພາງຕາ ແລະ ຫຼົບຫຼີກການກວດກາຂອງເຈົ້າໜ້າທີ່ ແລ້ວລັກລອບຕັ້ງຖານປະຕິບັດການລັກລອບເປີດພະນັນອອນລາຍ.

ຂ່າວ: ຄວາມສະຫງົບ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່