
ອຸທາຫອນ! ເດັກຍິງຄົນຈີນ ອາຍຸພຽງ 13 ປີ ປ່ວຍເປັນມະເຮັງກະເພາະອາຫານໄລຍະສຸດທ້າຍ ຫຼັງເຈັບທ້ອງມາດົນ 1 ປີ ແຕ່ຄອບຄົວຄິດວ່າເປັນພຽງອາຫານບໍ່ຍ່ອຍ ຮູ້ອີກເທື່ອລຸກລາມໜັກແລ້ວ!

ວັນທີ 14 ພະຈິກ 2026 ແພດໄດ້ເຜີຍແຜ່ກໍລະນີເຕືອນໃຈ ຫຼັງຈາກເດັກຍິງຊາວຈີນ ອາຍຸ 13 ປີ ຖືກກວດພົບວ່າເປັນມະເຮັງກະເພາະອາຫານໃນໄລຍະລຸກລາມຮຸນແຮງ ຫຼັງຈາກມີອາການປວດທ້ອງ ແລະ ທ້ອງອືດຕິດຕໍ່ກັນປະມານ 1 ປີ.
ແຕ່ຄອບຄົວເຂົ້າໃຈວ່າເປັນພຽງບັນຫາລະບົບຍ່ອຍອາຫານ ຈຶ່ງບໍ່ໄດ້ພາໄປພົບແພດ ຈົນກະທັ່ງອາການຊຸດໂຊມລົງຢ່າງໜັກ.

ແຫຼ່ງຂ່າວ (Source): HK01 – 01 (ສື່ຂ່າວຈາກຮົງກົງ)
ເມື່ອເຂົ້າຮັບການກວດສະແກນຮ່າງກາຍດ້ວຍເຄື່ອງເອັກຊເຣຄອມພິວເຕີ (CT Scan) ແພດພົບກ້ອນເນື້ອມະເຮັງຢູ່ໃນກະເພາະອາຫານ ແລະ ພົບວ່າມະເຮັງໄດ້ແຜ່ກະຈາຍໄປຍັງຕັບ, ຊ່ອງທ້ອງ, ບໍລິເວນຫຼັງເຍື່ອບຸຊ່ອງທ້ອງ, ເນື້ອເຍື່ອໄຂມັນໃນຊ່ອງທ້ອງ ລວມທັງຮວຍໄຂ່ທັງສອງຂ້າງ.
ຜົນການກວດຢືນຢັນວ່າ ເດັກຍິງຄົນນີ້ເປັນ ມະເຮັງກະເພາະອາຫານຊະນິດ Signet-Ring Cell Carcinoma ຫຼື ມະເຮັງຊະນິດເຊວວົງແຫວນຕາປະທັບ ເຊິ່ງເປັນມະເຮັງທີ່ມີຄວາມຮຸນແຮງ ແລະ ສາມາດແຜ່ກະຈາຍໄດ້ຢ່າງວ່ອງໄວ.
ແພດລະບຸວ່າ ເນື່ອງຈາກມະເຮັງໄດ້ລຸກລາມໄປຫຼາຍອະໄວຍະວະແລ້ວ ເຮັດໃຫ້ຜູ້ປ່ວຍສູນເສຍໂອກາດໃນການຜ່າຕັດເພື່ອຮັກສາໃຫ້ຫາຍຂາດ.
ພຶດຕິກຳການກິນອາຫານ
ຈາກການສອບຖາມປະຫວັດ ພົບວ່າເດັກຍິງມີພຶດຕິກຳມັກກິນອາຫານເຄັມ ແລະ ອາຫານແປຮູບເປັນປະຈຳ ເຊັ່ນ:
- ອາຫານໝັກດອງ ແມ່ນອາຫານທີ່ຜ່ານການໝັກ ຫຼື ດອງໄວ້ເພື່ອຖະໜອມອາຫານ



ພາບປະກອບຕົວຢ່າງ
- ອາຫານທີ່ຖະໜອມດ້ວຍເກືອ ແມ່ນອາຫານທີ່ໃຊ້ເກືອໃນການຮັກສາອາຫານໃຫ້ເກັບໄວ້ໄດ້ດົນ



ພາບປະກອບຕົວຢ່າງ
- ອາຫານສຳເລັດຮູບ ແມ່ນອາຫານທີ່ຜ່ານການປຸງແຕ່ງ ຫຼື ຜະລິດຈາກໂຮງງານ ເພື່ອໃຫ້ສະດວກໃນການຮັບປະທານ



ພາບປະກອບຕົວຢ່າງ
- ອາຫານປະເພດປີ້ງ ແມ່ນອາຫານທີ່ນຳວັດຖຸດິບມາປຸງໃຫ້ສຸກດ້ວຍຄວາມຮ້ອນຈາກໄຟ ຫຼື ຖ່ານ ຈີ່ ຫລື ປີ້ງ ຫລື ດາດ.


ພາບປະກອບຕົວຢ່າງ
ນອກຈາກນີ້ ຍັງກວດພົບເຊື້ອແບັກທີເຣຍ Helicobacter pylori (H. pylori) ເຊິ່ງເປັນເຊື້ອທີ່ສາມາດຕິດຕໍ່ຜ່ານການສຳຜັດໃກ້ຊິດ ຫຼື ຜ່ານອາຫານ ແລະ ນ້ຳທີ່ປົນເປື້ອນເຊື້ອ.
ເຊື້ອດັ່ງກ່າວສາມາດເຮັດໃຫ້ເຍື່ອບຸກະເພາະອາຫານອັກເສບ ແລະ ເພີ່ມຄວາມສ່ຽງຕໍ່ການເກີດພະຍາດບາງຊະນິດຂອງກະເພາະອາຫານ.
ຄຳເຕືອນຈາກແພດ
ຜູ້ອຳນວຍການແພດແຜນກກະເພາະ ແລະ ລຳໄສ້ຂອງໂຮງໝໍ ໄດ້ເຕືອນພໍ່ແມ່ຜູ້ປົກຄອງວ່າ ຢ່າຄິດວ່າເດັກທີ່ຍັງອາຍຸນ້ອຍຈະບໍ່ມີໂອກາດປ່ວຍເປັນພະຍາດຮ້າຍແຮງ.
ຖ້າລູກມີອາການປວດທ້ອງຊ້ຳໆ, ທ້ອງອືດ ຫຼື ເບື່ອອາຫານຕິດຕໍ່ກັນເປັນເວລາດົນ ຄວນຮີບພາໄປພົບແພດເພື່ອກວດຫາສາເຫດ.
ພ້ອມທັງແນະນຳໃຫ້ຫຼຸດການກິນອາຫານທີ່ເຄັມຈັດ ແລະ ອາຫານໝັກດອງ ໃສ່ໃຈເລື່ອງໂພຊະນາການ ແລະ ກວດສຸຂະພາບຕາມຄວາມເໝາະສົມ.
ທັງນີ້ ພຶດຕິກຳການກິນອາຫານພຽງຢ່າງດຽວ ບໍ່ສາມາດຢືນຢັນໄດ້ວ່າເປັນສາເຫດຂອງມະເຮັງໃນຜູ້ປ່ວຍລາຍນີ້.
ທີ່ມາ: mustsharenews
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






