ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຜີຍແຜ່ວິໄສທັດ ເຊີ່ນເຈີ້ນ ຂອງຜູ້ນຳອົງການ ເອເປັກ 2026

ໂດຍ Mahaxan
· 1 ມື້ ກ່ອນອ່ານ 1 ນາທີ2 ຄັ້ງ
ເຜີຍແຜ່ວິໄສທັດ ເຊີ່ນເຈີ້ນ ຂອງຜູ້ນຳອົງການ ເອເປັກ 2026
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບສູນກາງຈີນ, ວິ​ໄສ​ທັດ ​ເຊີ່ນ​ເຈີ້ນ ​ຂອງ​ຜູ້​ນຳ ອົງ​ການຮ່ວມ​ມື ​ເສດ​ຖະ​ກິດ ​ອາ​ຊີ-ປາ​ຊີ​ຟິກ ຫລື APEC 2026 ໄດ້​ຮັບ​ການ​ເຜີຍ​ແຜ່​ ໃນ​ວັນ​ທີ 19 ພະ​ຈິກ​ນີ້. ວິ​ໄສ​ທັດ​ດັ່ງ​ກ່າວ ​ລະ​ບຸ​ວ່າ:ຈະ​ສືບ​ຕໍ່ຊຸກ​ຍູ້ ໃຫ້ເສດຖະກິດ ພາກພື້ນ ເຊື່ອມໂຍງເຂົ້າກັນ​ ຜ່ານ​ຮູບ​​ແບບ​ ຂັບ​ເຄື່ອນ​ດ້ວຍ​ຕະ​ຫລາດ, ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ເຂດ​ ການ​ຄ້າ​ເສ​ລີ​ ອາ​ຊີ-​ປາ​ຊີ​ຟິກ, ​ຊຸກ​ຍູ້ ການອໍານວຍຄວາມ​ສະ​ດວກ ​ດ້ານ​ການ​ຄ້າ.ສົ່ງ​ເສີມ​ໃຫ້​ບັນ​ດາ​ ກຸ່ມ​ເສດ​ຖະ​ກິດ ​ເສີມ​ສ້າງ ສາມເສົາ​ຄ້ຳ​ໃຫຍ່ ຄື ການ​ເຊື່ອມຈອດ ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ, ການ​ເຊື່ອມ​​ຈອດ ດ້ານ​ລະ​ບຽບ​ການ ແລະ ການ​ເຊື່ອ​ສານ​ຈິດ​ໃຈ ໃຫ້​ໝັ້ນ​ຄົງ, ບັນ​ລຸ​ໃຫ້​ອາ​ຊີ-ປາ​ຊີ​ຟິກ ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ ​ຢ່າງໂລ່ງ​ລ່ຽນ ​ແລະ ​ຮອບ​ດ້ານ.ວິ​ໄສ​ທັດ​ລະ​ບຸ​ຕື່ມ​ວ່າ:​ສົ່ງ​ເສີມ​ ໃຫ້​ບັນ​ດາ ​ກຸ່ມ​ເສດ​ຖະ​ກິດ ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອດ​ກັນ​ ດ້ານ​ດິ​ຈິ​ຕອນ, ອັດ​ຊ່ອງ​ວ່າງທາງ​ດິ​ຈິ​ຕອນ; ສະ​ແຫວງ​ຫາ ການ​ເພີ່ມ​ທະ​ວີ ​ຄວາມ​ໝັ້ນ​ຄົງ​ ສັງ​ລວມ​ ແບບ​ຂ້າມ​ພາກ​ສ່ວນ ​ພະ​ລັງ​ງານ ​ແລະ​ ຂ້າມເຕັກ​ໂນ​ໂລ​ຊີ ເພື່ອ​ຮ່ວມ​ກັນ ​ຮັບ​ມື​ກັບ ​ສິ່ງ​ທ້າ​ທາຍ​ ຕໍ່​ຄວາມ​ໝັ້ນ​ຄົງ​ ດ້ານ​ພະ​ລັງ​ງານ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່