ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອີຢູ ສະເໜີ ໃຫ້ອູແກຣນ ກູ້ຢຶມເງິນຕື່ມອີກ 45 ຕື້ເອີໂຣໃນປີ 2027

ໂດຍ Mahaxan
· 1 ມື້ ກ່ອນອ່ານ 1 ນາທີ2 ຄັ້ງ
ອີຢູ ສະເໜີ ໃຫ້ອູແກຣນ ກູ້ຢຶມເງິນຕື່ມອີກ 45 ຕື້ເອີໂຣໃນປີ 2027
ADadvertisement
ADadvertisement
ADadvertisement

ວິທະຍຸກະຈ່າຍສຽງ ຫວຽດນາມ,ເມື່ອບໍ່ດົນມານີ້,ຄະ​ນະ​ກຳ​ມະ​ການ​ເອີຣົບ (EC) ສະ​ເໜີ​ ສະ​ໜອງ ​ບ້ວງ​ເງິນ​ກູ້​ຢືມ ​ເພີ່ມ​ເຕີມ​ສູງ​ສຸດ 48 ຕື້ເອີ​ໂຣ ​ໃຫ້​ແກ່​ ອູແກຣນ, ຕອບ​ສະ​ໜອງ​ເກືອບ 2/3 ຄວາມ​ຕ້ອງ​ການ ​ດ້ານ​ການ​ເງິນ ​ທີ່​ຍັງ​ຂາດ​ເຂີນ​ ຂອງ​ປະ​ເທດ​ນີ້ ​ໃນ​ປີ 2027.ຕາມ​ການ​ສະ​ເໜີ, ສະ​ຫະ​ພາບ ເອີ​ຣົບ (EU) ຈະ​ສະ​ຫງວນ​ເງິນ ​ປະ​ມານ 25 ຕື້ເອີ​ໂຣ ໃຫ້​ແກ່​ ຂົງ​ເຂດ​ປ້ອງ​ກັນ​ຊາດ ແລະ 20 ຕື້ເອີໂຣ ​ເພື່ອ​ໜູນ​ຊ່ວຍ ​ງົບ​ປະ​ມານ​ ອູແກຣນ.ການ​ປ່ອຍ​ເງິນ​ໜູນ​ຊ່ວຍ ​ງົບ​ປະ​ມານ​ນີ້ ​ຕິດ​ພັນ​ກັບ​ຄວາມ​ຄືບ​ໜ້າ​ ໃນ​ການ​ປະ​ຕິ​ຮູບ ​ກ່ຽວ​ກັບ ​ສິດ​ອຳ​ນາດກົດ​ໝາຍ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ແລະ ການ​ບໍ​ລິ​ຫານ​ເງິນ​ພາກ​ລັດ ສະ​ຫະ​ພາບ ເອີຣົບ ຄາດ​ວ່າ​ ຈະ​ລະ​ດົມ​ທຶນ​ ໃນ​ຕະຫລາດ​ການ​ເງິນ ແລະໃຊ້​ງົບ​ປະ​ມານ​ ຂອງ​ກຸ່ມ​ເພື່ອ​ຮັບ​ປະ​ກັນ.ບ້ວງ​ກູ້​ຢືມ​ໃໝ່​ ຈະ​ສືບ​ຕໍ່​ກັບບ້ວງ​ເງິນ 90 ຕື້ ເອີ​ໂຣ ເຊິ່ງ EU ໄດ້​ຮັບ​ຮອງ​ເອົາ​ ໃຫ້​ໄລ​ຍະ 2026–2027. ພ້ອ​ມ​ທັງຄະ​ນະ​ກຳ​ມະ​ການ ​ເອີຣົບກໍ່ມີ​ຄວາມ​ມຸ່ງ​ຫວັງ​ ບັນ​ດາ​ຄູ່​ຮ່ວມ​ມື ​ສາ​ກົນອືນໆ​ຈະ​ຮ່ວມ​ແຮງ​ຮ່ວມ​ໃຈ ​ໜູນ​ຊ່ວຍ ອູແກຣນ ເພີ່ມ​ເຕີມ​ບ້ວງ​ເງິນ​ 25 ຕື້​ເອີ​ໂຣ ທີ່​ຍັງ​ຂາດ​ເຂີນ​ ໃນ​ປີ​ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່