ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຈີນ-ສ.ເກົາຫລີ ບັນລຸເນື້ອໃນສຳຄັນການເຈລະຈາສັນຍາການຄ້າເສລີໄລຍະທີ 2

ໂດຍ Mahaxan
· 1 ມື້ ກ່ອນອ່ານ 1 ນາທີ5 ຄັ້ງ
ຈີນ-ສ.ເກົາຫລີ ບັນລຸເນື້ອໃນສຳຄັນການເຈລະຈາສັນຍາການຄ້າເສລີໄລຍະທີ 2
ADadvertisement
ADadvertisement
ADadvertisement
ຈີນ-ສ.ເກົາຫລີ ບັນລຸເນື້ອໃນສຳຄັນການເຈລະຈາສັນຍາການຄ້າເສລີໄລຍະທີ 2

ສຳນັກຂ່າວຊິຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ເຈົ້າໜ້າທີ່ ກະຊວງການຄ້າ ຂອງຈີນ ໄດ້ເປີດເຜີຍວ່າ:ຈີນ ແລະ ສ.ເກົາຫລີ ໄດ້ດຳເນີນ ການເຈລະຈາ ສັນຍາການຄ້າເສລີ ຈີນ-ສ.ເກົາຫລີ ໄລຍະທີ 2 ຈົນສຳເລັດໃນເນື້ອໃນ ສຳຄັນແລ້ວ ເຊິ່ງຄວາມຄືບໜ້າດັ່ງກ່າວ ຈະຊ່ວຍສ້າງໂອກາດໃໝ່ ໃຫ້ແກ່ພາກທຸລະກິດ ຂອງທັງສອງປະເທດ, ເສີມສ້າງພື້ນຖານ ການ ຮ່ວມມື ດ້ານເສດຖະກິດ ແລະ ການຄ້າລະຫວ່າງ ສອງຝ່າຍໃຫ້ໝັ້ນຄົງ ຍິ່ງຂຶ້ນລວມທັງເພີ່ມ ແຮງຂັບເຄື່ອນໃໝ່ ໃຫ້ແກ່ການເປັນຄູ່ຮ່ວມມື ຍຸດທະສາດຈີນ-ສ.ເກົາຫລີ ໃຫ້ພັດທະນາ ໄປຢ່າງໝັ້ນຄົງ.

ຜົນສຳເລັດດັ່ງກ່າວ ຖືເປັນມາດຕະການຕົວຈິງ ທີ່ທັງສອງຝ່າຍ ໄດ້ດຳເນີນການ ເພື່ອສົ່ງເສີມລັດທິ ຫລາຍຝ່າຍແລະ ການຄ້າເສລີຢ່າງຈິງຈັງ ທັງຍັງເປັນການ ດຳເນີນການ ເພື່ອຕ້ານ ລັດທິຝ່າຍດຽວ ແລະ ລັດທິກີດກັນ ທາງການຄ້າລວມທັງປົກປ້ອງ ລະບົບການຄ້າຫລາຍຝ່າຍ ຮ່ວມກັນ ຢ່າງເປັນຮູບປະທຳ.

ການເຈລະຈາ ສັນຍາການຄ້າເສລີ ຈີນ-ສ.ເກົາຫລີ ໄລຍະທີ 2 ໄດ້ຍົກລະດັບເນື້ອໃນ ດ້ານການລົງທຶນ, ການຄ້າການບໍລິການ, ທາງການເງິນ ແລະ ການຮ່ວມມືດ້ານ ເສດຖະກິດ ລວມທັງເອກະສານ ຊ້ອນທ້າຍທີ່ກ່ຽວຂ້ອງ ໃນສັນຍາສະບັບເດີມ ເຊິ່ງຈະຊ່ວຍຂະຫຍາຍ ແລະ ປັບປຸງການລົງທຶນ ແລະ ການຄ້າຂະແໜງບໍລິການ ລະຫວ່າງ ຈີນ-ສ.ເກົາຫລີ ໃຫ້ມີປະສິດທິພາບທັງຍັງ ຊ່ວຍສົ່ງເສີມການພັດທະນາ ສາຍພົວພັນດ້ານເສດຖະກິດ ແລະ ການຄ້າລະຫວ່າງທັງສອງປະເທດ ຢ່າງຕໍ່ເນື່ອງນຳໄປສູ່ ຜົນປະໂຫຍດເຊິ່ງກັນ ແລະ ກັນ ແລະ ໄດ້ຮັບໄຊຊະນະ ຮ່ວມກັນ ໃນລະດັບທີ່ສູງ

   

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່