
ທ່ານ ສີ ຈິ້ນຜິງ ພົບປະກັບຜູ້ນຳຫລາຍປະເທດ
ໂດຍ Mahaxan
· 1 ມື້ ກ່ອນອ່ານ 1 ນາທີ4 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 0:54

ວິທະຍຸ ໂທລະພາບສູນກາງຈີນ, ວັນທີ 20 ພະຈິກນີ້, ທ່ານ ສີ ຈິ້ນຜິງ ໄດ້ພົບປະກັບ ຜູ້ນຳ 5 ປະເທດຄື:ອິນໂດເນເຊຍ, ອົດສະຕຣາລີ, ສິງກະໂປ, ໄທ ແລະມາເລເຊຍ ຢູ່ນະຄອນເຊີ່ນເຈີ້ນ ແຂວງກວາງຕຸ້ງ ຂອງ ສປ ຈີນ.ຈາກການເຕົ້າໂຮມ ຄວາມເຫັນ ເປັນເອກະພາບ ໃນກອງປະຊຸມ ຫລາຍຝ່າຍ ຮອດການພົບ ປະສອງຝ່າຍ ເພື່ອລົງເລິກ ການຮ່ວມມື, ການທູດປະມຸກລັດ ໄດ້ສືບຕໍ່ເສີມຂະຫຍາຍ ບົດບາດນຳພາ ທາງຍຸດທະສາດ, ເພີ່ມແຮງຂັບເຄື່ອນໃໝ່ ໃຫ້ແກ່ ການພັດທະນາ ການພົວພັນສອງຝ່າຍ ແລະໄດ້ເຕົ້າໂຮມກຳລັງແຮງ ຫລາຍກວ່າເກົ່າ ໃຫ້ແກ່ ການສ້າງປະຊາຄົມ ອາຊີ-ປາຊີຟິກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 0 ຄັ້ງຖືກໃຈ 0 ຄັ້ງ
mahaxan.com/27815
‹ ກັບໄປໝວດຂ່າວຕ່າງປະເທດ






