ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ກອງປະຊຸມ ເວທີປຶກສາຫາລື ຕຸລາການ ຈີນ-ອາຊຽນ

ໂດຍ Mahaxan
· 1 ມື້ ກ່ອນອ່ານ 1 ນາທີ3 ຄັ້ງ
ກອງປະຊຸມ ເວທີປຶກສາຫາລື ຕຸລາການ ຈີນ-ອາຊຽນ
ADadvertisement
ADadvertisement
ADadvertisement

ວິທະຍຸ ໂທລະພາບສູນກາງຈີນ, ວັນ​ທີ 19 ພະ​ຈິກ​ນີ້, ກອງ​ປະ​ຊຸມ​ ເວ​ທີ​ປຶກ​ສາ​ຫາ​ລື ການ​ຮ່ວມ​ມື​ ດ້ານ​ຕຸ​ລາ​ການ ​ຈີນ-ອາ​ຊຽນ ​ເພື່ອ​ຮັບ​ໃຊ້​ ການກໍ່ສ້າງ​​ ຊ່ອງ​ທາງ​ໃໝ່​ ທາງ​ບົກແລະ ທາງ​ທະ​ເລ​ ພາກ​ຕາ​ເວັນ​ຕົກ​ໄດ້​ຈັດ​ຂຶ້ນ​ຢູ່ ​ນະ​ຄອນ​ກຸ່ງ​ກິ່ງ​ຂອງ ສປ ​ຈີນໂດຍ​ມີ ​ສານ​ປະ​ຊາ​ຊົນ​ສູງ​ສຸດ​ ນະ​ຄອນ​ຈຸ່ງ​ກິ່ງ​ ເປັນ​ເຈົ້າ​ພາບ.ຜູ້​ຕາງ​​ໜ້າ​ ຈາກ​ປະ​ເທດ​ ສະ​ມາ​ຊິກ​ອາ​ຊຽນ ເຊັ່ນ: ສປປ ລາວ, ກຳ​ປູ​ເຈຍ, ໄທ, ມຽນ​ມາ ແລະ ອິນ​ໂດ​ເນ​ເຊຍ ເປັນ​ຕົ້ນ ໄດ້​ເຂົ້າ​ຮ່ວມ ກອງ​ປະ​ຊຸມ ແລະດຳ​ເນີນ​ການ​ຄົ້ນ​ຄວ້າ ແລະປຶກ​ສາ​ຫາ​ລື ​ກ່ຽວ​ກັບ​ ການ​ບໍ​ລິ​ການ ​ດ້ານ​ຕຸ​ລາ​ການ ​ເພື່ອຮັບ​ປະ​ກັນ ​ການ​ເຊື່ອມ​ໂຍງ ​ເຊື່ອມ​ຈອກ​ ລະ​ຫວ່າງ​ ຕ່ອງ​ໂສ້​ການ​ສະ​ໜອງ​ທົ່ວໂລກ. ທ່ານ ບຸນ​ຂວາງ ທະ​ວີ​ສັກຮອງ​ປະ​ທານ​ ສານ​ປະ​ຊາ​ຊົນ​ສູງ​ສຸດ​ຂອງ ສປປ ​ລາວ​ ໄດ້​ສະ​ເໜີ​ ໃຫ້​ສ້າງ​ກົນ​ໄກ ປະ​ສານ​ສົມ​ທົບ​ກັນ ​ເປັນ​ປົກ​ກະ​ຕິ ​ລະ​ຫວ່າງ ​ອົງ​ການ​ຕຸ​ລາ​ການ, ພາກ​ສ່ວນ​ ເສັ້ນ​ທາງ​ລົດ​ໄຟ ແລະ ດ່ານ​ພາ​ສີ ລະ​ຫວ່າງ ສປປ ​ລາວ-ສປ ຈີນ, ສ້າງ​ບັນ​ຊີ​ ລາຍການຄວາມ​ສ່ຽງ, ບັນ​ຊີ​ລາຍ​ການ ​ທີ່​​ຖືກ​ຕ້ອງ ​ຕາມ​ລະ​ບຽບ​ການແລະ ບັນຊີ​ລາຍ​​ການ​ລົບ.ນອກ​ຈາກ​ນີ້, ກອງ​ປະ​ຊຸມ ​ຍັງ​ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ ​ການ​ປະ​ສານ​ງານ​ ດ້ານ​ຕຸ​ລາ​ການ​ ກ່ຽວ​ກັບ ​ການຮັບ​ໃຊ້ ​ການກໍ່ສ້າງ​ຊ່ອງ​ທາງ​ໃໝ່​ ທາງ​ບົກແລະ ທາງ​ທະ​ເລ ​ຕາ​ເວັນ​ຕົກ”./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວຕ່າງປະເທດ
ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່