
ຄອບຄົວກະສິກອນຕົວຢ່າງ! ປູກໝາກແຕງ 2 ເຮັກຕາ ສ້າງລາຍຮັບ 50-60 ລ້ານກີບຕໍ່ເດືອນ!

ແຫຼ່ງຂ່າວຈາກແຂວງສະຫວັນນະເຂດ ລາຍງານວ່າ: ໃນວັນທີ 20 ພະຈິກ 2026 ຜ່ານມາ, ທ່ານ ພົງຄຳຮັກ ບຸດທະວົງ ເລຂາພັກນະຄອນ ແລະ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈຳເຂດເລືອກຕັ້ງນະຄອນໄກສອນ ພົມວິຫານ ພ້ອມຄະນະ ໄດ້ລົງຕິດຕາມ ແລະ ຊຸກຍູ້ການປູກໝາກແຕງເປັນສິນຄ້າຂອງປະຊາຊົນ ຢູ່ບ້ານຊອກ, ຕາແສງດົງຄຳຫຼວງ, ນະຄອນໄກສອນ ພົມວິຫານ ໂດຍມີຄະນະປົກຄອງຕາແສງ, ອົງການປົກຄອງບ້ານຊອກ ແລະ ທ່ານ ປັນຍາ ເຈົ້າຂອງສວນໝາກແຕງ ໃຫ້ການຕ້ອນຮັບ.

ການລົງຕິດຕາມຄັ້ງນີ້ ມີຈຸດປະສົງເພື່ອຊຸກຍູ້ ແລະ ສົ່ງເສີມການຜະລິດກະສິກຳເປັນສິນຄ້າ ຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຕາມແນວທາງນະໂຍບາຍຂອງພັກ-ລັດ.

ສຳລັບສວນໝາກແຕງດັ່ງກ່າວ ຕັ້ງຢູ່ບ້ານຊອກ ມີເນື້ອທີ່ປູກທັງໝົດ 2 ເຮັກຕາ. ເຖິງວ່າພື້ນທີ່ຍັງບໍ່ມີລະບົບຄອງຊົນລະປະທານ ແລະ ຕ້ອງອາໄສນ້ຳຈາກບໍ່ບາດານເປັນຫຼັກ ແຕ່ເຈົ້າຂອງສວນຍັງຄົງສືບຕໍ່ປູກໝາກແຕງເປັນປະຈຳທຸກປີ ແລະ ປັດຈຸບັນກຳລັງຢູ່ໃນໄລຍະເກັບກ່ຽວ ໂດຍໄດ້ຜົນຜະລິດດີພໍສົມຄວນ.

ຜົນຜະລິດໝາກແຕງທີ່ເກັບກ່ຽວໄດ້ ສ່ວນໜຶ່ງຈຳໜ່າຍຢູ່ພາຍໃນນະຄອນໄກສອນ ພົມວິຫານ, ສົ່ງໄປຈຳໜ່າຍຢູ່ເມືອງໃກ້ຄຽງ ແລະ ມີພໍ່ຄ້າ-ແມ່ຄ້າມາຮັບຊື້ເຖິງສວນ. ຈາກການຜະລິດດັ່ງກ່າວ ສາມາດສ້າງລາຍຮັບໃຫ້ຄອບຄົວປະມານ 50-60 ລ້ານກີບຕໍ່ເດືອນ.

ໃນໂອກາດນີ້ ທ່ານ ພົງຄຳຮັກ ບຸດທະວົງ ໄດ້ກ່າວຊົມເຊີຍຕໍ່ຄວາມດຸໝັ່ນ ແລະ ຫົວຄິດປະດິດສ້າງຂອງເຈົ້າຂອງສວນ ທີ່ສາມາດນຳພາຄອບຄົວຜະລິດກະສິກຳເປັນສິນຄ້າ ແລະ ສ້າງລາຍຮັບໄດ້ຢ່າງເປັນຮູບປະທຳ. ພ້ອມທັງໄດ້ຊຸກຍູ້ໃຫ້ຂະຫຍາຍການປູກພືດ ແລະ ການລ້ຽງສັດໃຫ້ຫຼາຍຂຶ້ນ ເພື່ອເພີ່ມລາຍຮັບໃຫ້ຄອບຄົວ ພ້ອມທັງຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນຢ່າງຕໍ່ເນື່ອງ.
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







