ວັນອາທິດ ທີ 22 ພະຈິກ 2026ອັບເດດລ່າສຸດ 20:59ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ອັດຕາວ່າງງານ ໃນອົດສະຕຣາລີ ເພີ່ມຂຶ້ນສູງສຸດໃນຮອບ 5 ປີ

ໂດຍ Mahaxan
· 2 ມື້ ກ່ອນອ່ານ 1 ນາທີ7 ຄັ້ງ
ອັດຕາວ່າງງານ ໃນອົດສະຕຣາລີ ເພີ່ມຂຶ້ນສູງສຸດໃນຮອບ 5 ປີ
ADadvertisement
ADadvertisement
ADadvertisement
ອັດຕາວ່າງງານ ໃນອົດສະຕຣາລີ ເພີ່ມຂຶ້ນສູງສຸດໃນຮອບ 5 ປີ

ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ຫ້ອງການ ສະຖິຕິ ແຫ່ງຊາດ ອົດສະຕຣາລີ (ABS) ລາຍງານວ່າ: ອັດຕາ ການວ່າງງານ ໃນເດືອນຕຸລາ ໄດ້ເພີ່ມຂຶ້ນສູ່ ລະດັບ 4,9% ເຊິ່ງເປັນ ລະດັບສູງສຸດ ໃນຮອບ 5 ປີ ຫລື ນັບຕັ້ງແຕ່ ເດືອນຕຸລາ ປີ 2021, ໂດຍເພີ່ມຂຶ້ນ ຈາກ ລະດັບ 4,7% ໃນເດືອນກັນຍາ ເຊິ່ງເປັນຕົວເລກ ສູງກວ່າ ທີ່ ນັກວິເຄາະ ຄາດການໄວ້ 4,7%.

ຫ້ອງການ ສະຖິຕິອົດສະຕຣາລີລະບຸວ່າ ຈຳນວນ ຜູ້ມີວຽກເຮັດງານທຳ ໃນເດືອນຕຸລາ ຫລຸດລົງ 43.500 ຄົນ ຫລື 0,3% ເມື່ອທຽບໃສ່ ເດືອນຜ່ານມາ ເຊິ່ງສວນທາງກັບ ທີ່ ນັກວິເຄາະຄາດການໄວ້ ວ່າ ຈະເພີ່ມຂຶ້ນ 25.000 ຄົນ, ໃນຂະນະທີ່ ຈຳນວນ ຜູ້ວ່າງງານ ເພີ່ມຂຶ້ນ 17.800 ຄົນ ຫລື 2,4%.

ບົດລາຍງານ ລະບຸວ່າ ການຈ້າງງານ ແບບບໍ່ເຕັມເວລາ (Part-time) ຫລຸດລົງ 40.600 ຕຳແໜ່ງ, ຂະນະທີ່ການຈ້າງງານ ເຕັມເວລາ (Full-time) ຫລຸດລົງ 2.900 ຕຳແໜ່ງ ໃນເດືອນຕຸລາ ສ່ວນອັດຕາ ການມີສ່ວນຮ່ວມໃນກຳລັງແຮງງານ ໄດ້ປັບຕົວ ຫລຸດລົງ ເລັກນ້ອຍ ໃນລະດັບ 66,6% ໃນເດືອນຕຸລາ ຈາກ ລະດັບ 66,8% ໃນເດືອນກັນຍາ  ເປັນຕົວເລກຕ່ຳກວ່າ ທີ່ ຕະຫລາດ ຄາດການໄວ້ 66,8%.

 

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອາທິດ 22 ພະຈິກ 2026 · ຂຶ້ນ 13 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່