ວັນຈັນ ທີ 23 ພະຈິກ 2026ອັບເດດລ່າສຸດ 13:27ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຈັບກຸມເປົ້າໝາຍຄ້າຂາຍຢາເສບຕິດ 2 ຄະດີ ຢຶດຢາເຄ 3 ກິໂລ ແລະ ຢາບ້າ 12,000 ເມັດ

ໂດຍ kaling
· 16 ນາທີ ກ່ອນອ່ານ 2 ນາທີ1 ຄັ້ງ
ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ຈັບກຸມເປົ້າໝາຍຄ້າຂາຍຢາເສບຕິດ 2 ຄະດີ ຢຶດຢາເຄ 3 ກິໂລ ແລະ ຢາບ້າ 12,000 ເມັດ
ADadvertisement
ADadvertisement
ADadvertisement

ອີງຕາມການລາຍງານຂອງພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ ໃນທ້າຍເດືອນຕຸລາ 2026 ທີ່ຜ່ານມາ, ເຈົ້າໜ້າທີ່ວິຊາສະເພາະສາມາດມ້າງຄະດີ ແລະ ຈັບກຸມກຸ່ມເປົ້າໝາຍເຄື່ອນໄຫວຄ້າຂາຍຢາເສບຕິດໄດ້ 2 ລາຍ ຢູ່ເຂດນະຄອນປາກເຊ ແຂວງຈຳປາສັກ ພ້ອມຂອງກາງຈຳນວນຫຼາຍ.

ຄະດີທີ 1: ຈັບກຸມຜູ້ຕ້ອງຫາສັນຊາດຫວຽດນາມ ພ້ອມຢາເຄ 3 ກິໂລ
ໃນວັນທີ 24 ຕຸລາ 2026 ເວລາ 10:00 ໂມງ, ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າມີການເຄື່ອນໄຫວຄ້າຂາຍຢາເສບຕິດ ຢູ່ເຂດບ້ານສະໜາມໄຊ ນະຄອນປາກເຊ, ເຈົ້າໜ້າທີ່ວິຊາສະເພາະຈຶ່ງໄດ້ສົມທົບກັບອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ລົງກວດກາສະຖານທີ່ດັ່ງກ່າວ ແລະ ສາມາດກັກຕົວຜູ້ຖືກຫາໄດ້ 1 ຄົນ ຊື່ ທ້າວ ດັງວັນຮູຍ (ໄຫວ) ອາຍຸ 27 ປີ ສັນຊາດຫວຽດນາມ ອາຊີບຄ້າຂາຍ ພັກເຊົາຢູ່ບ້ານສາງນ້ຳມັນ ນະຄອນປາກເຊ. ຜ່ານການກວດຄົ້ນ ສາມາດຢຶດຂອງກາງ ແລະ ຊັບສິນຕິດຕົວ ປະກອບມີ: ຢາເຄ ຈຳນວນ 3 ກິໂລ, ເງິນສົດ 22,000,000 ກີບ, ໂທລະສັບມືຖື 1 ໜ່ວຍ ແລະ ລົດຈັກ 1 ຄັນ.

ຄະດີທີ 2: ຈັບກຸມ 2 ຜູ້ຕ້ອງຫາ ພ້ອມຢາບ້າ 12,000 ເມັດ
ຕໍ່ມາໃນວັນທີ 31 ຕຸລາ 2026, ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຈຳປາສັກ ໄດ້ຮັບໂອນຄະດີຢາເສບຕິດຈາກເຈົ້າໜ້າທີ່ກອງພັນປ້ອງກັນເຄື່ອນທີ່ ປກສ ແຂວງຈຳປາສັກ ຈຳນວນ 1 ລາຍ ມີຜູ້ຖືກຫາ 2 ຄົນ (ຍິງ 1 ຄົນ) ຄື: ທ້າວ ໄຊຍະສັກ ລາຊາພົນ ອາຍຸ 28 ປີ ແລະ ນາງ ຊົມພູ ພົມມາລາ ອາຍຸ 23 ປີ ທັງສອງເປັນກຳມະກອນ ຢູ່ບ້ານຮ່ອງຄະຍອມ ນະຄອນປາກເຊ. ພ້ອມຂອງກາງປະເພດຢາບ້າ ຈຳນວນ 6 ມັດ (ເທົ່າກັບ 12,000 ເມັດ), ລົດຈັກຍີ່ຫໍ້ຮອນດາ MSX ສີບົວ-ດຳ ໝາຍເລກທະບຽນ ດມ 5147 ຈຳປາສັກ ແລະ ໂທລະສັບມືຖື 2 ໜ່ວຍ.

ປະຈຸບັນ, ທັງສອງຄະດີແມ່ນຢູ່ໃນຂັ້ນຕອນການດຳເນີນການສືບສວນ-ສອບສວນຂອງເຈົ້າໜ້າທີ່ວິຊາສະເພາະ ເພື່ອຂະຫຍາຍຜົນຊອກຫາຜູ້ຮ່ວມຂະບວນການຄ້າຂາຍຢາເສບຕິດມາລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.

ທີ່ມາ: ຫ້ອງຂ່າວກອງບັນຊາການ ປກສ ແຂວງຈຳປາສັກ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດເຫດການ
ມື້ນີ້ · ຂໍ້ມູນສົດ ວັນຈັນ 23 ພະຈິກ 2026 · ຂຶ້ນ 14 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່