
ຫວິດປີ້ນ! ລົດບັນທຸກນ້ຳໜັກເກີນກຳນົດ ໂຊກດີໄດ້ລົດຈົກຂ້າງທາງຊ່ວຍຄ້ຳໄວ້ທັນ ຢູ່ເມືອງຈຳພອນ
K
ໂດຍ kaling
· 5 ມື້ ກ່ອນອ່ານ 1 ນາທີ9 ຄັ້ງ
ຟັງຂ່າວນີ້1 ນາທີ · ສຽງ AI ຜູ້ຍິງ
0:00 / 0:49

ໃນວັນທີ 18 ພະຈິກ 2026 ນີ້, ໄດ້ເກີດເຫດການລົດບັນທຸກຄັນໜຶ່ງເກີດອາການຫງ່ຽງຂ້າງ ຈົນເກືອບປີ້ນລົງແຄມທາງ ຢູ່ບໍລິເວນເຂດບ້ານຫຼັກ 35, ເມືອງຈຳພອນ, ແຂວງສະຫວັນນະເຂດ.


ຈາກການກວດສອບເບື້ອງຕົ້ນ ຄາດວ່າສາເຫດແມ່ນເກີດຈາກການບັນທຸກນ້ຳໜັກເກີນກຳນົດ ຈົນສົ່ງຜົນເຮັດໃຫ້ແໜບລົດຫັກ ແລະ ເສຍຫຼັກຫງ່ຽງລົງຂ້າງທາງ. ປັດຈຸບັນ, ທີມງານກ່ຽວຂ້ອງໄດ້ລະດົມລົດຈົກຈຳນວນ 3 ຄັນ ເຂົ້າມາຊ່ວຍຄ້ຳຊູລົດບັນທຸກຄັນດັ່ງກ່າວໄວ້ ເພື່ອປ້ອງກັນບໍ່ໃຫ້ລົດປີ້ນລົງໄປຫຼາຍກວ່າເກົ່າ ແລະ ກຽມການແກ້ໄຂຕໍ່ໄປ.
ທີ່ມາ: ລູກຊາຍໂທນ ລົດໃຊ້ຄົວເຮືອນ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ແບ່ງປັນແລ້ວ 38 ຄັ້ງຖືກໃຈ 4 ຄັ້ງ
mahaxan.com/27108
‹ ກັບໄປໝວດເຫດການ
ອ່ານຕໍ່







