
ເຈົ້າໜ້າທີ່ກັກຕົວຄົນໄທ 9 ຄົນ ຂໍ້ຫາປ່ອຍເງິນກູ້ຜິດກົດໝາຍ ແລະ ສໍ້ໂກງອອນລາຍ ຂາຍເຄື່ອງສົ່ງບັງໜ້າ

ໜ່ວຍສະເພາະກິດ ກະຊວງ ປກສ ສົມທົບກັບເຈົ້າໜ້າທີ່ກ່ຽວຂ້ອງໄດ້ລົງເຄື່ອນໄຫວມ້າງ ແລະ ກັກຕົວເປົ້າໝາຍທີ່ເປັນຄົນໄທ 9 ຄົນ ໃນວັນທີ 13 ພະຈິກ 2026 ທີ່ບ້ານດົງຄໍາຊ້າງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ທີ່ໃຊ້ຮູບແບບການເປີດຮ້ານຂາຍເຄື່ອງສົ່ງເປັນສາກບັງໜ້າ ແຕ່ເບື້ອງຫຼັງລັກລອບກະທໍາຜິດກົດໝາຍ ໂດຍມີພຶດຕິກຳພົວພັນກັບການປ່ອຍເງິນກູ້ ແລະ ການສໍ້ໂກງທາງອິນເຕີເນັດ.











ຈາກການປະຕິບັດງານດັ່ງກ່າວ, ເຈົ້າໜ້າທີ່ສາມາດກວດຍຶດຂອງກາງ ແລະ ອຸປະກອນທີ່ໃຊ້ໃນການກະທຳຜິດໄດ້ຫຼາຍລາຍການມີຄື: ໂທລະສັບ ຈຳນວນ 14 ໜ່ວຍ, ຄອມພິວເຕີຕັ້ງໂຕະ ຈຳນວນ 5 ໜ່ວຍ, ໄອແພັດ ຈຳນວນ 1 ໜ່ວຍ, ລົດຈັກ ຈຳນວນ 6 ຄັນ, ຢາສູບໄຟຟ້າ ຈຳນວນ 3 ອັນ ແລະ ຄອມພິວເຕີໂນດບຸກ ຈຳນວນ 1 ໜ່ວຍ.
ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະກຳລັງເລັ່ງດໍາເນີນການສອບສວນ ເພື່ອຂະຫຍາຍຜົນຫາຜູ້ຮ່ວມຂະບວນການ ພ້ອມທັງດຳເນີນຄະດີ ແລະ ລົງໂທດຕາມລະບຽບກົດໝາຍຢ່າງເຂັ້ມງວດ.
ທີ່ມາ: ຄວາມສະຫງົບ Lao Security News
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







