ຫຶງຫວງບວກກັບເມົາ (ຢາບ້າ) ຈົນກາຍເປັນເຫດຄາດຕະກຳ!

ໃນວັນທີ 1 ຕຸລາ 2026, ເຈົ້າໜ້າທີ່ສືບສວນ-ສອບສວນຄະດີອາຍາ ແລະ ເສດຖະກິດ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງຄວາມຈາກ ປກສ ກຸ່ມຫົວຊຽງ ວ່າມີຄົນເສຍຊີວິດຢູ່ເຮືອນປະຊາຊົນ ບ້ານບໍ່ເຫຼັກ, ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ພາຍຫຼັງຮັບແຈ້ງຄວາມ, ເຈົ້າໜ້າທີ່ໄດ້ສົມທົບກັບພະແນກນິຕິວິທະຍາ ປກສ ນະຄອນຫຼວງວຽງຈັນ ລົງກວດກາສະຖານທີ່ເກີດເຫດ ແລະ ຊັນລະສູດສົບ, ພ້ອມທັງເກັບກຳຂໍ້ມູນ ເພື່ອສືບສວນຫາສາເຫດ ແລະ ຜູ້ກໍ່ເຫດ.
ຜູ້ເສຍຊີວິດຊື່ ທ້າວ ພອນໄຊ ອາຍຸ 55 ປີ ອາຊີບກຳມະກອນ ຢູ່ບ້ານບໍ່ເຫຼັກ ເມືອງໄຊທານີ. ຈາກການສືບສວນ, ເຈົ້າໜ້າທີ່ສາມາດຈັບຕົວຜູ້ຖືກຫາໄດ້ ຊື່ ທ້າວ ບົວລາ ອາຍຸ 36 ປີ ອາຊີບກຳມະກອນ, ເຊິ່ງທັງສອງຢູ່ບ້ານດຽວກັນ ແລະ ເຮືອນໃກ້ກັນ.
ຕາມການສືບສວນ-ສອບສວນ ເຈົ້າໜ້າທີ່ໃຫ້ຮູ້ວ່າ: ທ້າວ ບົວລາ ລະແວງສົງໄສວ່າ ທ້າວ ພອນໄຊ ຜູ້ເສຍຊີວິດ ຫຼິ້ນຊູ້ກັບເມຍຂອງຕົນເອງ, ຈາກນັ້ນ ຈຶ່ງໄດ້ຍ່າງໄປຈັບເອົາພ້າອີໂຕ້ ຢູ່ເຮືອນຕົນເອງ ແລ້ວຍ່າງໄປຫາ ທ້າວ ພອນໄຊ, ເວລານັ້ນ ທ້າວ ພອນໄຊ ພວມຢືນຫົດນໍ້າໃສ່ພື້ນເຮືອນ (ກຳລັງຈະເທພື້ນເຮືອນ ) ໃນຂະນະດຽວກັນນັ້ນ ທ້າວ ບົວລາ ຈຶ່ງໄດ້ລົງມືກໍ່ເຫດໃຊ້ພ້າຟັນຫົວທ້າວ ພອນໄຊ ປະມານ 4-5 ບາດ ເຮັດໃຫ້ ທ້າວ ພອນໄຊ ລົ້ມລົງ ແລະ ປາດຄໍ ຊ້ຳອີກປະມານ 3 ບາດ ເຮັດໃຫ້ ທ້າວ ພອນໄຊ ດິ້ນຊັກລົງພື້ນເຮືອນ ແລະ ມີເລືອດໄຫຼອອກມາຈາກບໍລິເວນຫົວ ແລະ ລຳຄໍ ເສຍຊິວິດຄາທີ່.
ສາເຫດຂອງການກໍ່ເຫດຄັ້ງນີ້, ເກີດຈາກຄວາມລະແວງສົງໄສສ່ວນຕົວຂອງຜູ້ຖືກຫາ ຕໍ່ຜູ້ເສຍຊີວິດ; ບວກກັບຜູ້ກໍ່ເຫດແມ່ນມີການພົວພັນກັບຢາເສບຕິດ (ຢາບ້າ).
ເຊິ່ງພາຍຫຼັງກໍາເຫດ, ຜູ້ກ່ຽວໄດ້ຫຼົບໜີໄປບ່ອນອື່ນ ກ່ອນຈະກັບມາຢູ່ເຮືອນ ແລະ ຕໍ່ມາຖືກເຈົ້າໜ້າທີ່ຈັບຕົວ ເພື່ອດຳເນີນຄະດີຕາມກົດໝາຍ.
ພາບ-ຂ່າວ: ປກສ ເມືອງໄຊທານີ
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






