
“ອາເລັກ ຟົງ” ນັກຮ້ອງຮ່ອງກົງ ສ້າງສະຖິຕິໂລກລອຍນ້ຳຂ້າມຮ່ອງກົງ-ມາເກົາ 35 ກມ. ກ່ອນໄປຂຶ້ນເວທີຄອນເສີດທັນທີ

ອາເລັກ ຟົງ ນັກຮ້ອງ ແລະ ນັກສະແດງຊາວຮ່ອງກົງ ອະດີດນັກລອຍນ້ຳທີມຊາດ ໄວ 46 ປີ ລອຍນ້ຳຂ້າມຈາກຮ່ອງກົງໄປມາເກົາ ໄລຍະທາງ 35 ກມ. ໃຊ້ເວລາ 8 ຊົ່ວໂມງ 37 ນາທີ ສ້າງສະຖິຕິກິນເນສເວີລດ໌ເຣັກຄອດ ກ່ອນຂຶ້ນສະແດງຄອນເສີດການກຸສົນ

ວັນທີ 23 ພະຈິກ 2569 ທ່ານ ອາເລັກ ຟົງ ນັກຮ້ອງ ແລະ ນັກສະແດງຊາວຮ່ອງກົງ ໄວ 46 ປີ ສ້າງສະຖິຕິໂລກຈາກການລອຍນ້ຳຂ້າມທະເລໄລຍະທາງ 35 ກິໂລແມັດ ຈາກຮ່ອງກົງໄປຍັງມາເກົາ ໃຊ້ເວລາ 8 ຊົ່ວໂມງ 37 ນາທີ 24 ວິນາທີ ສ້າງສະຖິຕິລອຍນ້ຳຊາຍທີ່ໄວທີ່ສຸດໃນເສັ້ນທາງລະຫວ່າງສອງເມືອງ ຕາມການບັນທຶກຂອງກິນເນສ ເວີລດ໌ ເຣັກຄອດ

ລາຍງານຂ່າວລະບຸວ່າ ທີ່ໜ້າອັດສະຈັນໃຈຄື ຫຼັງຂຶ້ນຈາກນ້ຳ ແລະ ຜ່ານການລອຍນ້ຳອັນໜັກໜ່ວງ ຟົງຍັງເດີນທາງໄປຂຶ້ນເວທີສະແດງໃນຄອນເສີດການກຸສົນທັນທີ ໂດຍຍອມຮັບວ່າຮ່າງກາຍສົ່ງສັນຍານເຕືອນຈາກຄວາມອິດເມື່ອຍ ແລະ ລະຫວ່າງລອຍນ້ຳຕ້ອງປະເຊີນກັບອຸນຫະພູມນ້ຳທີ່ໜາວເຢັນຈົນເກືອບໝົດແຮງ ແລະ ແທບປະຄອງຕົວຕໍ່ໄປບໍ່ໄຫວ
ຂະນະທີ່ການລອຍນ້ຳຄັ້ງນີ້ຈັດຂຶ້ນເພື່ອລະດົມທຶນຊ່ວຍເຫຼືອເດັກດ້ອຍໂອກາດ ລວມເຖິງເດັກທີ່ມີຄວາມຕ້ອງການພິເສດດ້ານການສຶກສາ ໃຫ້ສາມາດເຂົ້າເຖິງການຝຶກຝົນ ແລະ ກິດຈະກຳກິລາໄດ້ຫຼາຍຂຶ້ນ
ທັງນີ້ ຟົງເຄີຍເປັນນັກລອຍນ້ຳທີມຊາດ ແລະ ເຂົ້າຮ່ວມການແຂ່ງຂັນກິລາໂອລິມປິກ ກ່ອນຫັນມາເຮັດວຽກໃນວົງການບັນເທີງທັງໃນຖານະນັກຮ້ອງ ແລະ ນັກສະແດງ
ທີ່ມາ: singtaousa
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່






