ວັນອັງຄານ ທີ 10 ພະຈິກ 2026ອັບເດດລ່າສຸດ 19:05ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຫັດຖະກໍາຕໍ່າແຜ່ນເອກະລັກພູມປັນຍາເຜົ່າກະຕູ່ພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ

ໂດຍ Jenjila
· 4 ອາທິດ ກ່ອນອ່ານ 2 ນາທີ17 ຄັ້ງ
ຫັດຖະກໍາຕໍ່າແຜ່ນເອກະລັກພູມປັນຍາເຜົ່າກະຕູ່ພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ
ADadvertisement
ADadvertisement
ADadvertisement

ການຕໍ່າຫູກ-ທໍໄໝ ແມ່ນມໍລະດົກທາງພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ ຊຶ່ງໄດ້ນໍາມາສ້າງລາຍຮັບ, ສ້າງອາຊີບເສີມຂອງຊົນເຜົ່າກະຕູ່ ໃນງານວາງສະແດງຜະລິດຕະພັນລາວ 2026 ທີ່ຈັດຂຶ້ນຢູ່ ສູນການຄ້າ ລາວໄອເຕັກຕຶກເກົ່າ.

ຫັດຖະກໍາຕໍ່າແຜ່ນເອກະລັກພູມປັນຍາເຜົ່າກະຕູ່ພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ

ແມ່ ແກັດ ປະຊາຊົນ ບ້ານຫ້ວຍຫູນ ເມືອງເລົ່າງາມ ແຂວງສາລະວັນ ເລົ່າໃຫ້ຟັງວ່າ: ການໄດ້ນໍາເອົາຜະລິດຕະພັນຫັດຖະກໍາຕໍ່າແຜ່ນ ມາຮ່ວມງານວາງສະແດງສິນຄ້າໃນຄັ້ງນີ້ ຕົນເອງຮູ້ສຶກດີໃຈຫຼາຍ ເພື່ື່ອໃຫ້ສັງຄົມໄດ້ຮູ້ຈັກ ເຄື່ອງນຸ່ງທີ່ເປັນເອກະລັກຂອງເຜົ່າກະຕູ່ຫຼາຍຂຶ້ນ ຜະລິດຕະພັນເຜົ່າກະຕູ່ມີເອກະລັກສີສັນທີ່ສວຍງາມ ແລະ ຄວາມປານີດ ຂອງສີມືຂອງແມ່ຍິງ, ມີການປະດັບປະດາ ເປັນຮູບພາບຕ່າງໆພ້ອມທັງປັກມຸກ ຊຶ່ງເປັນສື່ສັນຍາລັກພັນລະນາເຖິງການດໍາລົງຊີວິດ ແລະ ຮີດຄອງປະເພນີອັນດີງາມຂອງຊົນເຜົ່າກະຕູ່ນັ້ນ. ເຖິງວ່າການນໍາເອົາຜະລິດຕະພັນມາຮ່ວມວາງສະແດງແຕ່ລະຄັ້ງຈະມີຄ່າໃຊ້ຈ່າຍທີ່ສູງ ເກືອບ 10 ລ້ານກີບກໍຕາມ ແຕ່ໄລຍະທີ່ມາວາງສະແດງ ເຫັນວ່າບັນຍາກາດການຊື້-ຂາຍ ໃນແຕ່ລະມື້ນັ້ນບາງມື້ກໍຄຶກຄັກ, ບາງມື້ກໍຫງຽບເຫງົາ. ສະນັ້ນ ຈຶ່ງເຮັດໃຫ້ລາຍຮັບບໍ່ໄດ້ຕາມຄາດໝາຍ ເພາະວ່າຄ່າໃຊ້ຈ່າຍຕ່າງໆສູງ. ແນວໃດກໍຕາມ, ເຖິງວ່າຍອດຂາຍຈະບໍ່ໄດ້ຕາມຄາດໝາຍ ແຕ່ກໍເຮັດໃຫ້ສັງຄົມໄດ້ຮູ້ຈັກຫັດຖະກໍາເປັນຢ່າງດີ ຊຶ່ງເປັນໂອກາດຕໍ່ຍອດການຕະຫຼາດຈໍາໜ່າຍຫຼາຍຂຶ້ນ. ຖ້າຫາກວ່າບໍ່ໄດ້ມາວາງສະແດງຜະລິດຕະພັນທີ່ປະຊາຊົນຜະລິດ ກໍບໍ່ມີບ່ອນຈໍາໜ່າຍ, ເຂົາເຈົ້າກໍຈະໝົດກໍາລັງໃຈ ແລະ ບໍ່ຢາກຜະລິດຕໍ່ໄປ.

ຫັດຖະກໍາຕໍ່າແຜ່ນເອກະລັກພູມປັນຍາເຜົ່າກະຕູ່ພູມປັນຍາທີ່ສືບທອດກັນມາແຕ່ຮຸ່ນປູ່, ຍ່າ ຈົນມາເຖິງລູກຫຼານ · ຮູບທີ 2

ແມ່ ແກັດ ເລົ່າຕື່ມວ່າ: ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ມີນະໂຍບາຍໃນການນໍາເອົາຜະລິດຕະພັນມາຈໍາໜ່າຍ ຫຼື ສົ່ງເສີມເລື່ອງຕະຫຼາດຈໍາໜ່າຍໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ປະຊາຊົນມີລາຍຮັບເພີ່ມພາຍຫຼັງສຸມໃສ່ອາຊີບຕົ້ນຕໍ ຄື ການປູກກາເຟ, ມັນຕົ້ນ ແລະ ຜະລິດຕະພັນອື່ນໆ. ການເຮັດວຽກຫັດຖະກໍາຕໍ່າແຜ່ນແມ່ນກິດຈະກໍາຍາມວ່າງຂອງແມ່ຍິງພາຍໃນບ້ານ ເພື່ອສ້າງເປັນອາຊີບເສີມ, ສ້າງລາຍຮັບເພີ່ມເຂົ້າຄອບຄົວ. ນອກນັ້ນ ຍັງມີຂັ້ນຕອນການປັກແສ່ວໝາກປັດ ທີ່ີສ່ອງແສງເຖິງການດໍາລົງຊີວິດ, ຮີດຄອງປະເພນີ ອັນດີງາມຂອງເຜົ່າກະຕູ່.

ແຜນຕໍ່ໜ້າ ຈະເອົາໃຈໃສ່ຕໍ່ຜະລິດຕະພັນຂອງເຜົ່າກະຕູ່ຫຼາຍຂຶ້ນ ເພື່ອຮັກສາໄວ້ ຮີດຄອງປະເພນີອັນດີງາມຂອງຊົນເຜົ່າກະຕູ່ໃຫ້ຍືນຍົງຕະຫຼອດກາລະນານ.

ໂດຍ: ແສງຈັນ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

ມື້ນີ້ · ຂໍ້ມູນສົດ ວັນອັງຄານ 10 ພະຈິກ 2026 · ຂຶ້ນ 1 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່