ວັນເສົາ ທີ 28 ພະຈິກ 2026ອັບເດດລ່າສຸດ 21:26ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ລົງນາມບົດບັນທຶກ ໂຄງການສ້າງແຜນດຳເນີນງານໃຫ້ແກ່ສູນວັດທະນະທຳເດັກ ຢູ່ລາວ ສໍາລັບປີ 2026-2028

ໂດຍ Jenjila
· 9 ຊົ່ວໂມງ ກ່ອນອ່ານ 2 ນາທີ7 ຄັ້ງ
ລົງນາມບົດບັນທຶກ ໂຄງການສ້າງແຜນດຳເນີນງານໃຫ້ແກ່ສູນວັດທະນະທຳເດັກ ຢູ່ລາວ ສໍາລັບປີ 2026-2028
ADadvertisement
ADadvertisement
ADadvertisement

ພິທີລົງນາມບົດບັນທຶກການປຶກສາຫາລື ວ່າດ້ວຍໂຄງການສ້າງແຜນດຳເນີນງານໃຫ້ແກ່ສູນວັດທະນະທຳເດັກ ຢູ່ ສປປ ລາວ ສໍາລັບປີ 2026-2028 ລະຫວ່າງ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ຮ່ວມກັບສູນການສຶກສາວັດທະນະທຳ ແລະ ສິລະປະ ສ ເກົາຫລີ ຈັດຂຶ້ນໃນວັນທີ 27 ພະຈິກ 2026 ຢູ່ນະຄອນຫລວງວຽງຈັນ ໂດຍການຮ່ວມລົງນາມຂອງ ທ່ານ ນາງ ຈຳພອນ ວົງສາ ຫົວໜ້າກົມວັດທະນະທຳ ແລະ ສິລະປະການສະແດງ ແລະ ທ່ານ ນາງ ຄິມ ຈັງ-ຢອນ ຫົວໜ້າພະແນກ ວັດທະນະທຳ ແລະ ມະນຸດສາດ, ສູນການສຶກສາ ວັດທະນະທຳ ແລະ ສິລະປະ ສ ເກົາຫລີ ໂດຍມີ ທ່ານ ພະຂັນໄຊ ສີຄັນໄຊ ຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ລົງນາມບົດບັນທຶກ ໂຄງການສ້າງແຜນດຳເນີນງານໃຫ້ແກ່ສູນວັດທະນະທຳເດັກ ຢູ່ລາວ ສໍາລັບປີ 2026-2028

ໂຄງການສ້າງແຜນດຳເນີນງານໃຫ້ແກ່ສູນວັດທະນະທຳເດັກ ຢູ່ ສປປ ລາວ ຄັ້ງນີ້, ໄດ້ເລີີ່ມຄົ້ນ ຄວ້າ, ອອກແບບ ແລະ ລົງສຳຫລວດພື້ນທີ່ຕົວຈິງຂອງໂຄງການ ເຊັ່ນ: ແຂວງວຽງຈັນ, ອຸດົມໄຊ, ສາລະວັນ, ຈຳປາສັກ, ແຂວງຫລວງພະບາງ, ຫໍພິພິທະພັນແຫ່ງຊາດ ແລະ ຫໍສະໝຸດແຫ່ງຊາດ ຊຶ່ງຈະເລີ່ມຈັດຕັ້ງປະຕິບັດໂຄງການ ໃນປີ 2027 ເປັນຕົ້ນໄປ. ໃນນັ້ນ, ແຜນບຸລິມະສິດກິດຈະກຳໂຄງການ ແມ່ນການສ້າງສູນທົດລອງ ໃຫ້ໄດ້ຢ່າງໜ້ອຍ 5 ສູນ; ການຈັດຝຶກອົບຮົມ ແລະ ອຸປະກອນທີ່ຈຳເປັນເຂົ້າໃນໂຄງການ ເພື່ອສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນ ໃຫ້ແກ່ ສວດ ໂດຍສະເພາະ ການສ້າງຄູຝຶກ ໃຫ້ແຕ່ລະສູນໃນຂອບເຂດທົ່ວປະເທດ; ການສ້າງຫລັກສູດສິດສອນ, ການສ້າງ ເວັບໄຊ ແລະ ແພລດຟອມອອນລາຍຕ່າງໆ ເພື່ອໃຫ້ມວນຊົນໄດ້ເຂົ້າເຖິງຂໍ້ມູນຂ່າວສານ ແລະ ການເຄື່ອນໄຫວ ຂອງ ສວດ. ໂຄງການດັ່ງກ່າວ ເປັນໂຄງການຊ່ວຍເຫລືອທາງການເພື່ອການພັດທະນາ (ຊກພ) ຂອງລັດຖະ ບານ ແຫ່ງ ສາທາລະນະລັດ ເກົາຫລີ ໂດຍໄດ້ມອບໃຫ້ການສຶກສາ ວັດທະນະທຳ ແລະ ສິລະປະ ເປັນຜູ້ຈັດຕັ້ງປະຕິບັດ ໂດຍມູນຄ່າທັງໝົດຈຳນວນ 2 ຕື້ວອນ ໄລຍະໂຄງການ 3 ປີ (2026-2028).

ລົງນາມບົດບັນທຶກ ໂຄງການສ້າງແຜນດຳເນີນງານໃຫ້ແກ່ສູນວັດທະນະທຳເດັກ ຢູ່ລາວ ສໍາລັບປີ 2026-2028 · ຮູບທີ 2

ໃນປັດຈຸບັນ, ລັດຖະບານ ໄດ້ໃຫ້ຄວາມສໍາຄັນຕໍ່ວຽກງານວັດທະນະທໍາ ໂດຍສະເພາະໄດ້ກຳ ນົດທິດທາງນະໂຍບາຍເພື່ອອະນຸລັກ ແລະ ເສີມຂະຫຍາຍຄຸນຄ່າຂອງວັດທະນະທຳ, ຮີດຄອງປະເພນີ, ການປະດິດຄິດແຕ່ງທີ່ມີລັກສະນະຊາດ, ຖ້າຫາກໂຄງການດັ່ງກ່າວນີ້ ສຳເລັດຜົນ ຈະກາຍເປັນແຮງຈຸງໃຈ ໃຫ້ຜູ້ທີ່ມັກຮັກໃນການມີສ່ວນຮ່ວມດ້ານກິດຈະກຳນອກຫລັກສູດ ໂດຍຜ່ານການຟ້ອນ, ການຮ້ອງ, ການຜະລິດອຸປະກອນດົນຕີ ແລະ ຄວາມຮູ້ພື້ນຖານການດຳລົງຊີວິດ ຢູ່ໃນສັງຄົມຕ່າງໆ ໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈຫລາຍຂຶ້ນກວ່າເກົ່າ, ພ້ອມນັ້ນຍັງຈະສົ່ງຜົນດີໃຫ້ແກ່ຄົນຮຸ່ນໜຸ່ມ ໄດ້ປູກຈິດສຳນຶກຄຸນຄ່າຂອງວັດທະນະທຳລາວ ຫລາຍຂຶ້ນກວ່າເກົ່າ.

ADadvertisement
ADadvertisement
ADadvertisement
ລົງນາມບົດບັນທຶກ ໂຄງການສ້າງແຜນດຳເນີນງານໃຫ້ແກ່ສູນວັດທະນະທຳເດັກ ຢູ່ລາວ ສໍາລັບປີ 2026-2028 · ຮູບທີ 3

ໃນວັນດຽວກັນ, ສອງຝ່າຍຍັງໄດ້ສືບຕໍ່ກອງປະຊຸມສະຫລຸບຜົນການສຶກສາສໍາຫລວດ ແລະ ເກັບກຳຂໍ້ມູນ ປະຈໍາປີ 2026 ແລະ ທິດທາງແຜນການຈັດຕັ້ງປະຕິບັດໂຄງການສ້າງແຜນດໍາເນີນງານໃຫ້ແກ່ສູນວັດທະນະທຳເດັກ ສໍາລັບປີ 2027-2028 ງເພື່ອຜັນຂະຫຍາຍການຈັດຕັ້ງປະຕິບັດກິດຈະ ກຳໂຄງການ ໄປຕາມທິດທາງທີ່ໄດ້ຕົກລົງກັນ ໃນບົດບັນທຶກການປຶກສາຫາລື ໃຫ້ເກີດເປັນຮູບປະທຳ.

ຂ່າວ-ພາບ: ກະຊວງ ວທ

ADadvertisement
ADadvertisement
ADadvertisement

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດຂ່າວພາຍໃນ
ມື້ນີ້ · ຂໍ້ມູນສົດ ວັນເສົາ 28 ພະຈິກ 2026 · ແຮມ 4 ຄ່ຳ ເດືອນ 12 ເປີດໜ້າມື້ນີ້

ອ່ານຕໍ່