
ໃນແຕ່ລະມື້ ມີອາຫານຫຼາຍພັນລ້ານຄາບເຫຼືອຖິ້ມ ເປັນປະຈຳທຸກວັນ ບັນຫາໃຫຍ່ທີ່ກະທົບຕໍ່ໂລກ ແລະ ແນວທາງຫຼຸດຜ່ອນຈາກຄົວເຮືອນ

ປັດຈຸບັນ ບັນຫາອາຫານເຫຼືອຖິ້ມກຳລັງກາຍເປັນບັນຫາສຳຄັນລະດັບໂລກ ເນື່ອງຈາກອາຫານຈຳນວນມະຫາສານຖືກຖິ້ມໄປໂດຍບໍ່ເກີດປະໂຫຍດ ໃນຂະນະທີ່ປະຊາກອນຈຳນວນຫຼາຍຍັງປະເຊີນກັບບັນຫາຄວາມອຶດຫິວ ສະທ້ອນເຖິງຄວາມຂັດແຍ່ງລະຫວ່າງ ອາຫານຈຳນວນມະຫາສານທີ່ຖືກຖິ້ມ ແລະ ຜູ້ຄົນທີ່ຍັງຂາດແຄນອາຫານ. ນອກຈາກນັ້ນ ການຖິ້ມອາຫານຍັງສົ່ງຜົນກະທົບຕໍ່ສິ່ງແວດລ້ອມ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ການສູນເສຍຊັບພະຍາກອນທຳມະຊາດ.

ທ່ານນາງ ເຊເຣນ ອໍສຄານ (Şeren Özkan) ນັກຂຽນ ແລະ ຜູ້ຜະລິດເນື້ອຫາຊາວຕວກກີ ເປີດເຜີຍວ່າ ຕະຫຼອດ 7 ປີຜ່ານມາ ນາງໄດ້ປັບປ່ຽນພຶດຕິກຳໃນການຊື້ອາຫານ ໂດຍຊື້ສະເພາະປະລິມານທີ່ຕົນເອງ ຫຼື ສະມາຊິກຄອບຄົວສາມາດບໍລິໂພກໄດ້ໝົດ ເພື່ອຫຼຸດຜ່ອນການເຫຼືອຖິ້ມອາຫານ.
ນັບແຕ່ປີ 2019 ເປັນຕົ້ນມາ ນາງໄດ້ດຳເນີນຊີວິດຕາມແນວຄິດ Zero Waste ຫຼື ການຫຼຸດຂີ້ເຫຍື້ອໃຫ້ໜ້ອຍທີ່ສຸດ ໂດຍໃຫ້ຄວາມສຳຄັນກັບການຫຼຸດອາຫານເຫຼືອຖິ້ມເປັນສ່ວນໜຶ່ງຂອງການດຳເນີນຊີວິດ. ເຖິງວ່າການຍ້າຍບ້ານ, ການເຈັບປ່ວຍ ຫຼື ການເດີນທາງພັກຜ່ອນ ອາດສົ່ງຜົນໃຫ້ການດຳເນີນຕາມແນວທາງນີ້ຂາດຕອນໄປບາງຄັ້ງ ແຕ່ການຫຼຸດຜ່ອນຂີ້ເຫຍື້ອກໍໄດ້ກາຍເປັນນິໄສປະຈຳວັນຂອງນາງແລ້ວ.
ອາຫານເຫຼືອຖິ້ມເປັນບັນຫາລະດັບໂລກ
ລາຍງານຂອງໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEP) ປະຈຳປີ 2024 ລະບຸວ່າ ໃນແຕ່ລະປີທົ່ວໂລກມີອາຫານຖືກຖິ້ມເປັນຂີ້ເຫຍື້ອຫຼາຍກວ່າ 1 ຕື້ໂຕນ ໃນຂະນະທີ່ປະຊາກອນປະມານ 645 ລ້ານຄົນຍັງປະເຊີນກັບບັນຫາຄວາມອຶດຫິວ.

ຂໍ້ມູນດັ່ງກ່າວຍັງຊີ້ວ່າ ປະຊາຊົນໂດຍສະເລ່ຍຖິ້ມອາຫານຈາກຄົວເຮືອນປະມານ 79 ກິໂລກຣາມຕໍ່ຄົນຕໍ່ປີ ຫຼື ຄິດເປັນການສູນເສຍອາຫານຢ່າງໜ້ອຍ 1 ຕື້ຄາບຕໍ່ມື້ໃນທົ່ວໂລກ.
ໃນນັ້ນ ຄົວເຮືອນເປັນແຫຼ່ງກໍ່ໃຫ້ເກີດອາຫານເຫຼືອຖິ້ມຫຼາຍທີ່ສຸດ ກວມເອົາ 60%, ຮອງລົງມາແມ່ນຂະແໜງບໍລິການອາຫານ ເຊັ່ນ: ຮ້ານອາຫານ ແລະ ໂຮງອາຫານໃນໂຮງຮຽນ ກວມເອົາ 28% ແລະ ຂະແໜງການຄ້າຍ່ອຍກວມເອົາ 12%.
ທ່ານ ດຣ. ລິຊ ກູດວິນ ນັກຄົ້ນຄວ້າອາວຸໂສດ້ານການສູນເສຍອາຫານ ແລະ ຂີ້ເຫຍື້ອອາຫານ ຈາກສະຖາບັນຊັບພະຍາກອນໂລກ (WRI) ລະບຸວ່າ ສະຫະລັດອາເມລິກາແມ່ນໜຶ່ງໃນປະເທດທີ່ມີປະລິມານຂີ້ເຫຍື້ອອາຫານສູງ. ຂະນະທີ່ບາງປະເທດໃນເຂດຕາເວັນອອກກາງກໍມີການຖິ້ມອາຫານຈຳນວນຫຼາຍເຊັ່ນກັນ ທັງທີ່ຍັງຕ້ອງນຳເຂົ້າອາຫານໃນປະລິມານຫຼາຍ.
ຜົນການສຶກສາຂອງ UNEP ຍັງພົບວ່າ ປະລິມານອາຫານທີ່ຄົວເຮືອນຖິ້ມໃນຫຼາຍປະເທດມີຄວາມໃກ້ຄຽງກັນ ເຊິ່ງສະທ້ອນວ່າ ບັນຫານີ້ບໍ່ແມ່ນພຽງບັນຫາຂອງປະເທດທີ່ມີລາຍໄດ້ສູງ ຫຼື ປະເທດທີ່ມີລາຍໄດ້ຕ່ຳເທົ່ານັ້ນ ແຕ່ເປັນບັນຫາຮ່ວມກັນຂອງທົ່ວໂລກ.
ສ່ວນປະເທດທີ່ມີອາກາດຮ້ອນ ຍັງປະເຊີນກັບຂໍ້ຈຳກັດດ້ານຕູ້ເຢັນ ແລະ ລະບົບຮັກສາຄວາມເຢັນ ເຮັດໃຫ້ອາຫານເນົ່າເສຍໄວ ແລະ ເພີ່ມປະລິມານອາຫານເຫຼືອຖິ້ມຫຼາຍຂຶ້ນ.
ອາຫານເຫຼືອຖິ້ມສົ່ງຜົນກະທົບຕໍ່ສະພາບດິນຟ້າອາກາດ
ອົງການສະຫະປະຊາຊາດລະບຸວ່າ ການສູນເສຍອາຫານ ແລະ ອາຫານເຫຼືອຖິ້ມ ເປັນສາເຫດຂອງການປ່ອຍອາຍແກັສເຮືອນແກ້ວທົ່ວໂລກປະມານ 8-10%. ດັ່ງນັ້ນ ການຫຼຸດຜ່ອນອາຫານເຫຼືອຖິ້ມລົງເຄິ່ງໜຶ່ງພາຍໃນປີ 2030 ຈຶ່ງເປັນໜຶ່ງໃນເປົ້າໝາຍການພັດທະນາທີ່ຍືນຍົງ (SDGs) ຂອງສະຫະປະຊາຊາດ.

ເມື່ອອາຫານຖືກນຳໄປຝັງກົບ ແລະ ຍ່ອຍສະຫຼາຍໃນສະພາບຂາດອົກຊີເຈນ ຈະເກີດການປ່ອຍອາຍແກັສມີເທນ ເຊິ່ງເປັນອາຍແກັສເຮືອນແກ້ວທີ່ມີສັກກະຍະພາບໃນການກັກເກັບຄວາມຮ້ອນສູງກວ່າອາຍແກັສຄາບອນໄດອອກໄຊເຖິງ 84 ເທົ່າ ໃນໄລຍະເວລາ 20 ປີ.
ນອກຈາກນັ້ນ ການຜະລິດອາຫານຍັງຕ້ອງອາໄສຊັບພະຍາກອນຈຳນວນຫຼາຍ ທັງທີ່ດິນ, ນ້ຳ ແລະ ພະລັງງານ. ເມື່ອອາຫານຖືກຖິ້ມ ຊັບພະຍາກອນທີ່ໃຊ້ໃນການຜະລິດກໍສູນເສຍໄປພ້ອມກັນ ແລະ ຍັງສົ່ງຜົນກະທົບຕໍ່ຄວາມຫຼາກຫຼາຍທາງຊີວະນາໆພັນ.
ດັ່ງນັ້ນ ການຫຼຸດຜ່ອນການສູນເສຍ ແລະ ການຖິ້ມອາຫານ ຈຶ່ງບໍ່ພຽງແຕ່ຊ່ວຍຮັກສາສິ່ງແວດລ້ອມ ແຕ່ຍັງຊ່ວຍເພີ່ມປະລິມານອາຫານໃນລະບົບຕະຫຼາດ ຊຶ່ງອາດຊ່ວຍຫຼຸດລາຄາ ແລະ ເພີ່ມໂອກາດໃຫ້ປະຊາຊົນເຂົ້າເຖິງອາຫານໄດ້ຫຼາຍຂຶ້ນ.
ວິທີຫຼຸດຜ່ອນອາຫານເຫຼືອຖິ້ມເລີ່ມຕົ້ນໄດ້ຈາກຄົວເຮືອນ
ຜູ້ຊ່ຽວຊານດ້ານສິ່ງແວດລ້ອມເຫັນວ່າ ເຖິງບັນຫາການປ່ຽນແປງສະພາບດິນຟ້າອາກາດຈະເປັນບັນຫາຂະໜາດໃຫຍ່ ແຕ່ທຸກຄົນກໍສາມາດມີສ່ວນຮ່ວມໃນການແກ້ໄຂໄດ້ ໂດຍເລີ່ມຈາກການປັບປ່ຽນນິໄສເລັກໆນ້ອຍໆໃນຊີວິດປະຈຳວັນ.
ອົງການ Project Drawdown ເຊິ່ງເປັນອົງການບໍ່ສະແຫວງຫາຜົນກຳໄລທີ່ມຸ່ງເນັ້ນການສະເໜີແນວທາງແກ້ໄຂບັນຫາສະພາບອາກາດໂດຍອີງໃສ່ຫຼັກຖານວິທະຍາສາດ ລະບຸວ່າ ການຫຼຸດຜ່ອນການສູນເສຍອາຫານ ແລະ ຂີ້ເຫຍື້ອອາຫານ ເປັນໜຶ່ງໃນມາດຕະການສຳຄັນດ້ານສະພາບອາກາດທີ່ແຕ່ລະຄົນສາມາດລົງມືເຮັດໄດ້.
ທ່ານ ດຣ. ລິຊ ກູດວິນ ແນະນຳວ່າ ວິທີເລີ່ມຕົ້ນທີ່ງ່າຍດາຍແມ່ນ ການວາງແຜນລາຍການອາຫານກ່ອນອອກໄປຊື້, ຊື້ສະເພາະປະລິມານທີ່ຈຳເປັນ ແລະ ເຮັດຄວາມເຂົ້າໃຈສະຫຼາກວັນທີຂອງອາຫານ ໂດຍສະເພາະຄວາມແຕກຕ່າງລະຫວ່າງ “ຄວນບໍລິໂພກກ່ອນ” (Best Before) ແລະ “ໝົດອາຍຸ” (Use By).
ສະຫຼາກ “ຄວນບໍລິໂພກກ່ອນ” ແມ່ນການລະບຸຄຸນນະພາບຂອງອາຫານ ບໍ່ແມ່ນການຢືນຢັນຄວາມປອດໄພ. ສ່ວນວັນທີ “ໝົດອາຍຸ” ແມ່ນມີຄວາມສຳຄັນຕໍ່ຄວາມປອດໄພໃນການບໍລິໂພກ ຈຶ່ງຄວນປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດ.

ນອກຈາກນີ້ ຍັງມີວິທີປະຕິບັດອື່ນໆທີ່ສາມາດນຳໄປໃຊ້ໄດ້ ເຊັ່ນ:
- ຈັດລຽງອາຫານໃນຕູ້ເຢັນ ໂດຍນຳອາຫານທີ່ຊື້ມາກ່ອນອອກມາໃຊ້ກ່ອນ.
- ວາງແຜນການປຸງແຕ່ງອາຫານປະຈຳອາທິດ ແລະ ຄຳນວນປະລິມານວັດຖຸດິບໃຫ້ເໝາະສົມ.
- ນຳອາຫານທີ່ເຫຼືອຈາກຄາບກ່ອນມາປຸງແຕ່ງເປັນເມນູໃໝ່.
- ນຳຜັກທີ່ໃກ້ເນົ່າເສຍມາປັ່ນເປັນຊອດ ຫຼື ປຸງເປັນອາຫານປະເພດອື່ນ.
- ນຳເສດຜັກ ແລະ ເປືອກຜັກທີ່ເໝາະສົມມາໃຊ້ປຸງເປັນນ້ຳຕົ້ມ ຫຼື ນຳໄປເຮັດປຸ໋ຍໝັກ.
ບັນດານັກຮົນນະລົງດ້ານຄວາມຍືນຍົງຈາກຫຼາຍປະເທດຍັງໄດ້ແບ່ງປັນປະສົບການທີ່ໜ້າສົນໃຈ ເຊັ່ນ ການນຳ AI ມາຊ່ວຍຄຳນວນປະລິມານວັດຖຸດິບທີ່ຕ້ອງໃຊ້ໃນແຕ່ລະຄາບ, ການກວດສອບໃບບິນຊື້ອາຫານເພື່ອຄຳນວນມູນຄ່າອາຫານທີ່ຖືກຖິ້ມ ແລະ ການຈັດແບ່ງພື້ນທີ່ໃນຕູ້ເຢັນສຳລັບອາຫານທີ່ຄວນນຳມາໃຊ້ກ່ອນ.
ບົດຮຽນຈາກປະເທດທີ່ປະສົບຜົນສຳເລັດ
ປະເທດຍີ່ປຸ່ນເປັນໜຶ່ງໃນຕົວຢ່າງສຳຄັນຂອງການຫຼຸດຜ່ອນຂີ້ເຫຍື້ອອາຫານ ໂດຍສາມາດຫຼຸດປະລິມານອາຫານເຫຼືອຖິ້ມໃນຄົວເຮືອນ ແລະ ຫ່ວງໂສ້ອຸປະທານຂອງພາກທຸລະກິດລົງໄດ້ເຄິ່ງໜຶ່ງ ຕາມຂໍ້ມູນທີ່ UNEP ລາຍງານ.
ຄວາມສຳເລັດດັ່ງກ່າວເກີດຈາກຫຼາຍປັດໄຈ ທັງການສ້າງຄວາມຮັບຮູ້ໃຫ້ປະຊາຊົນ, ການກຳນົດຂໍ້ບັງຄັບໃຫ້ພາກທຸລະກິດລາຍງານຂໍ້ມູນ ແລະ ການປະສານຄວາມຮ່ວມມືລະຫວ່າງພາກລັດ ແລະ ພາກເອກະຊົນ.
ຂະນະທີ່ສະຫະລາຊະອານາຈັກກໍສາມາດຫຼຸດຂີ້ເຫຍື້ອອາຫານລົງໄດ້ 22% ຜ່ານການຮ່ວມມືກັນຂອງພາກທຸລະກິດຕະຫຼອດຫ່ວງໂສ້ອຸປະທານອາຫານ ເພື່ອກວດສອບຫາຈຸດທີ່ເກີດອາຫານເຫຼືອຖິ້ມ ແລະ ວາງມາດຕະການຫຼຸດຜ່ອນຮ່ວມກັນ. ຕໍ່ມາ ແນວທາງດັ່ງກ່າວກໍໄດ້ຖືກນຳໄປປັບໃຊ້ໃນຫຼາຍປະເທດ ເຊັ່ນ ອາຟຣິກາໃຕ້, ອິນໂດເນເຊຍ, ເມັກຊິໂກ ແລະ ບຣາຊິນ.
ແນວໃດກໍຕາມ ຜູ້ຊ່ຽວຊານເຫັນວ່າ ຄວາມຄືບໜ້າໃນລະດັບໂລກຍັງບໍ່ທັນຫຼາຍພໍ ແລະ ຍັງມີສິ່ງທ້າທາຍຫຼາຍປະການຕໍ່ການບັນລຸເປົ້າໝາຍຫຼຸດຂີ້ເຫຍື້ອອາຫານລົງເຄິ່ງໜຶ່ງພາຍໃນປີ 2030.
ທ່ານ ດຣ. ກູດວິນ ຍັງຊີ້ວ່າ ພາກທຸລະກິດມີຄວາມຄືບໜ້າຫຼາຍກວ່າພາກລັດ ໂດຍບໍລິສັດອາຫານຂະໜາດໃຫຍ່ຫຼາຍແຫ່ງໄດ້ກຳນົດເປົ້າໝາຍ ແລະ ເລີ່ມດຳເນີນໂຄງການຫຼຸດຜ່ອນອາຫານເຫຼືອຖິ້ມແລ້ວ. ແຕ່ລັດຖະບານຍັງຈຳເປັນຕ້ອງເພີ່ມມາດຕະການຊຸກຍູ້ ໂດຍສະເພາະການກຳນົດໃຫ້ພາກທຸລະກິດວັດແທກ ແລະ ລາຍງານປະລິມານຂີ້ເຫຍື້ອອາຫານຢ່າງເປັນລະບົບ.
ການແກ້ໄຂບັນຫາອາຫານເຫຼືອຖິ້ມຈຶ່ງຈຳເປັນຕ້ອງອາໄສຄວາມຮ່ວມມືຈາກທຸກພາກສ່ວນ ທັງພາກລັດ, ພາກທຸລະກິດ ແລະ ປະຊາຊົນ. ໂດຍສະເພາະການປັບປ່ຽນພຶດຕິກຳໃນຄົວເຮືອນ ເຊັ່ນ ການວາງແຜນກ່ອນຊື້ອາຫານ, ການເກັບຮັກສາອາຫານໃຫ້ຖືກວິທີ ແລະ ການນຳອາຫານທີ່ເຫຼືອມາໃຊ້ປະໂຫຍດຄືນ ລ້ວນແຕ່ເປັນມາດຕະການທີ່ສາມາດເລີ່ມຕົ້ນໄດ້ທັນທີ.
ດັ່ງທີ່ ທ່ານ ດຣ. ກູດວິນ ໄດ້ກ່າວໄວ້ວ່າ: “ສຸດທ້າຍແລ້ວ ການຈະຖິ້ມ ຫຼື ບໍ່ຖິ້ມສິ່ງໃດໜຶ່ງ ກໍຂຶ້ນຢູ່ກັບພວກເຮົາເອງ”.
ການຫຼຸດຜ່ອນອາຫານເຫຼືອຖິ້ມອາດເລີ່ມຈາກການກະທຳນ້ອຍໆຂອງແຕ່ລະຄົນ ແຕ່ຫາກທຸກຄົນຮ່ວມກັນປະຕິບັດ ກໍສາມາດສ້າງຜົນປ່ຽນແປງທີ່ສຳຄັນຕໍ່ສັງຄົມ ແລະ ສິ່ງແວດລ້ອມໃນລະຍະຍາວໄດ້.
ອ້າງອີງ: UNEP
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້






