ວັນພະຫັດ ທີ 22 ຕຸລາ 2026ອັບເດດລ່າສຸດ 11:19ໂຄສະນາ ແລະ ຮ່ວມມື[email protected]WhatsApp +856 20 5888 6182ຕິດຕໍ່
MAHAXAN.COM · ຂ່າວສານພາສາລາວ ສຳລັບຜູ້ອ່ານທົ່ວປະເທດ

ຜີໂຄມາ! ຖືກ ໂຄໂມ ສອນບານ 4-1 ບໍ່ຊະນະ 7 ນັດຕິດ, ຄາຣິກ ກຽມເກັບກະເປົາ!

ໂດຍ kaling
· 2 ຊົ່ວໂມງ ກ່ອນອ່ານ 3 ນາທີ1 ຄັ້ງ
ຜີໂຄມາ! ຖືກ ໂຄໂມ ສອນບານ 4-1 ບໍ່ຊະນະ 7 ນັດຕິດ, ຄາຣິກ ກຽມເກັບກະເປົາ!

ໂຄໂມ ພາຍໃຕ້ການຄຸມທີມຂອງ ເຊສ ຟາເບຣກັສ ໂຊວຟອມຢ່າງດຸດັນ ເປີດບ້ານຖະຫຼົ່ມ ແມນເຊສເຕີ ຢູໄນເຕັດ ຢ່າງຂາດລອຍ 4-1 ຄວ້າໄຊຊະນະນັດທີສອງໃນຮອບລີກເຟສ ຂະນະທີ່ “ປີສາດແດງ” ພ່າຍແພ້ສອງນັດຕິດໃນລາຍການເຕະບານເອີຣົບ ພ້ອມທັງບໍ່ສາມາດຄວ້າໄຊຊະນະໄດ້ເລີຍໃນທຸກລາຍການເປັນນັດທີ 7 ຕິດຕໍ່ກັນ ສົ່ງຜົນໃຫ້ຕຳແໜ່ງຜູ້ຈັດການທີມຂອງ ໄມເຄິລ ຄາຣິກ ກຳລັງສັ່ນຄອນຢ່າງໜັກ!

ການແຂ່ງຂັນບານເຕະ ຢູຟ່າ ແຊັມປຽນລີກ ລະດູການ 2026-27 ຮອບລີກເຟສ ນັດທີ 3 ໃນວັນພຸດທີ 21 ຕຸລາ 2026 ເຈົ້າບ້ານ ໂຄໂມ ຈາກສະໂມສອນໃນລີກ ເຊເຣຍ ອາ ອິຕາລີ ເປີດບ້ານຕ້ອນຮັບ ແມນເຊສເຕີ ຢູໄນເຕັດ ໂດຍຜົນງານ 2 ນັດຜ່ານມາ ທັງສອງທີມຕ່າງຊະນະ 1 ນັດ ແລະ ແພ້ 1 ນັດ ມີ 3 ຄະແນນເທົ່າກັນ

ເລີ່ມເກມຄຶ່ງທຳອິດໄດ້ພຽງບໍ່ເທົ່າໃດນາທີ “ຜີແດງ” ມີໂອກາດລຸ້ນປະຕູຈາກຈັງຫວະຍິງຂອງ ດີໂອໂກ ດາໂລຕ໌ ແຕ່ບານທີ່ປັ່ນໂຄ້ງດ້ວຍຕີນຊ້າຍໄດ້ສະເຫຼືອດເສົາໄກອອກໄປພຽງເລັກນ້ອຍ

ແຕ່ພຽງບໍ່ກີ່ວິນາທີຕໍ່ມາ ກາຍເປັນ ໂຄໂມ ທີ່ຂຶ້ນນຳຢ່າງວ່ອງໄວ ຈາກຄວາມສາມາດອັນຍອດຢ້ຽມຂອງ ນິໂກ ປາຊ ທີ່ຮັບບານຢູ່ນອກກອບເຂດໂທດ ກ່ອນປັ່ນໂຄ້ງໜີ ແຮຣີ ແມັກໄກວ ສົ່ງບານເສຍບເສົາໄກເຂົ້າປະຕູຢ່າງສວຍງາມ ເຊນເນີ ລຳເມນສ໌ ໝົດສິດປ້ອງກັນ ຊ່ວຍໃຫ້ເຈົ້າບ້ານອອກນຳ 1-0 ຕັ້ງແຕ່ນາທີທີ 2

ນາທີ 35 ໂຄໂມ ໄດ້ລຸ້ນປະຕູອີກຄັ້ງຈາກຈັງຫວະຍິງຂອງ ອະນາສຕາຊິອອສ ດູວິກາສ ບານພຸ່ງໄປກົງຕົວ ເຊນເນີ ລຳເມນສ໌ ແຕ່ນາຍດ່ານຂອງຜີແດງຮັບບານກະດອນອອກຫຼັງ ກາຍເປັນລູກເຕະມຸມ ແລະ ເປັນການຍິງເຂົ້າກອບຄັ້ງທີ 2 ຂອງເກມນີ້

ເຈົ້າບ້ານຍັງສ້າງໂອກາດລຸ້ນປະຕູໄດ້ຫຼາຍກວ່າ ອີກ 3 ນາທີຕໍ່ມາ ຢານ ເຄົາໂຕ ເປີດບານໃຫ້ ດູວິກາສ ຫຼຸດກັບດັກລ້ຳໜ້າເຂົ້າໄປຍິງ ແຕ່ບານຂ້າມຄານອອກໄປຢ່າງໜ້າເສຍດາຍ ຈົບຄຶ່ງທຳອິດ ໂຄໂມ ນຳ ແມນຯ ຢູໄນເຕັດ 1-0

ຄຶ່ງຫຼັງ ໂຄໂມຍິງຕໍ່ເນື່ອງ ກ່ອນຖະຫຼົ່ມຜີແດງ 4-1

ເລີ່ມຄຶ່ງຫຼັງໄດ້ພຽງນາທີ 49 ໂຄໂມ ກໍໄດ້ປະຕູນຳຫ່າງເປັນ 2-0 ເມື່ອ ນິໂກ ປາຊ ແທງບານທະລຸຊ່ອງໃຫ້ ອະນາສຕາຊິອອສ ດູວິກາສ ສອດເຂົ້າໄປຍິງສົ່ງບານເຂົ້າຕາໜ່າງຢ່າງເດັດຂາດ

ລູກທີມຂອງ ເຊສ ຟາເບຣກັສ ຍັງເດີນໜ້າບຸກກົດດັນຢ່າງໜັກ ກ່ອນຈະມາໄດ້ປະຕູນຳຫ່າງ 3-0 ໃນນາທີ 57 ຈາກຈັງຫວະທີ່ ນິໂກ ປາຊ ລາກບານເຂົ້າໄປໃນກອບເຂດໂທດທາງດ້ານຂວາ ກ່ອນຈະຍິງຢ່າງໃຈເຢັນຜ່ານມື ເຊນເນີ ລຳເມນສ໌ ເຂົ້າປະຕູໄປຢ່າງສະເດັດຂາດ ເປັນປະຕູທີສອງຂອງເຈົ້າຕົວໃນເກມນີ້

ຈາກນັ້ນ ໃນນາທີ 76 ຢາໂກໂບ ຣາມອນ ກອງຫຼັງຕົວກາງຂອງເຈົ້າບ້ານ ກໍເຕີມເກມຂຶ້ນມາໂຫມ່ງບານເຂົ້າປະຕູ ຊ່ວຍໃຫ້ໂຄໂມນຳຫ່າງເຖິງ 4-0 ເຖິງແມ່ນວ່າໃນຊ່ວງທົດເວລາບາດເເຈັບ ນາທີ 90+1 ໂຈຊົວ ເຊີກຊີ ຈະຍິງປະຕູຕີໄຂ່ແຕກໃຫ້ ແມນຯ ຢູໄນເຕັດ ແຕ່ກໍໄລ່ບໍ່ທັນ ຈົບເກມ ໂຄໂມ ເອົາຊະນະໄປຢ່າງຂາດລອຍ 4-1

ໄຊຊະນະໃນນັດນີ້ເຮັດໃຫ້ ໂຄໂມ ມີ 6 ຄະແນນ ສ່ວນ ແມນເຊສເຕີ ຢູໄນເຕັດ ຍັງຢຸດຢູ່ທີ່ 3 ຄະແນນ ສະຖານະການຍິ່ງໜ້າເປັນຫ່ວງ ເມື່ອຜົນງານຂອງທີມຍັງບໍ່ດີຂຶ້ນ ທັງໃນເວທີເອີຣົບ ແລະ ທຸກລາຍການແຂ່ງຂັນ

ລາຍຊື່ 11 ນັກເຕະຕົວຈິງຂອງທັງສອງທີມ

ໂຄໂມ (4-2-3-1): ຊອງ ບູເຕຊ – ຢານ ເຄົາໂຕ, ມາກ ເຄັມຟ໌, ຢາໂກໂບ ຣາມອນ, ອາເລັກຊ໌ ບາເຢ – ຫຼຸຍສ໌ ມີຢາ, ມັກຊິໂມ ແປຣໂຣເນ – ລູກັສ ດາ ຄຸນຍາ, ນິໂກ ປາຊ, ມາຕິນ ບາຕູຣິນາ – ອະນາສຕາຊິອອສ ດູວິກາສ

ແມນເຊສເຕີ ຢູໄນເຕັດ (4-2-3-1): ເຊນເນີ ລຳເມນສ໌ – ດີໂອໂກ ດາໂລຕ໌, ແຮຣີ ແມັກໄກວ, ມາຕັສ ເດີ ລິກ, ນູສແຊຣ ມາຊຣາວີ – ອັນເດຣ ຊານໂຕສ, ຢູຣີ ຕີເລມັນສ໌ – ເມສັນ ເມົາຕ໌, ບຣູໂນ ແຟຣນັນເດສ, ມາເຕອຸສ ຄຸນຍາ – ໄບຣອັນ ເອັມເບໂມ

ຂ່າວນີ້ມີປະໂຫຍດບໍ່?

ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້

‹ ກັບໄປໝວດກິລາ
ມື້ນີ້ · ຂໍ້ມູນສົດ ວັນພະຫັດ 22 ຕຸລາ 2026 · ຂຶ້ນ 11 ຄ່ຳ ເດືອນ 11 ເປີດໜ້າມື້ນີ້

ອ່ານຕໍ່