
ເຫດຕະລຸມບອນ! ຕຳຫຼວດຈໍເຈຍໃຊ້ສະເປຣພິກໄທລະງັບແຍກ ກຸ່ມແຟນບານຕວກກີ ຫຼັງຊູທຸງປາເລັດສະຕິນ ໃນເກມເຕະບານກັບທີມຈາກອິດສະຣາແອນ ຈົນຕ້ອງຢຸດການແຂ່ງຂັນຊົ່ວຄາວ!

ຈໍເຈຍ, 27 ພະຈິກ 2026 – ເກີດເຫດວຸ້ນວາຍຂຶ້ນເທິງອັດຖະຈັນ ໃນການແຂ່ງຂັນບານເຕະຢູຟາ ຢູໂຣປາລີກ ລະຫວ່າງ ສະໂມສອນເບຊິກຕັສ (Beşiktaş) ຈາກຕວກກີ ກັບ ສະໂມສອນຮາໂປເອນ ເບຍເຊວາ (Hapoel Beer-Sheva) ຈາກອິດສະຣາແອນ ທີ່ສະໜາມບາຕູມີ ປະເທດຈໍເຈຍ ໃນຄືນວັນທີ 26 ພະຈິກ ຜ່ານມາ ຫຼັງແຟນບານຕວກກີຊູທຸງ ແລະປ້າຍຂໍ້ຄວາມສະໜັບສະໜູນປາເລັດສະຕິນ ກ່ອນເກີດການປະທະກັບຕຳຫຼວດທ້ອງຖິ່ນ.

ເຫດການດັ່ງກ່າວເຮັດໃຫ້ຜູ້ຕັດສິນຕ້ອງສັ່ງຢຸດການແຂ່ງຂັນໃນນາທີທີ 26 ຂະນະທີ່ຄະແນນຍັງສະເໝີກັນ 0-0 ຫຼັງຕຳຫຼວດຈໍເຈຍເຂົ້າຄວບຄຸມສະຖານະການ ໂດຍມີລາຍງານວ່າໄດ້ໃຊ້ສະເປຣພິກໄທກັບກຸ່ມແຟນບານ. ແຟນບານບາງຄົນໄດ້ຮັບບາດເຈັບ ແລະມີຜູ້ຖືກນຳສົ່ງໂຮງໝໍ.
ກ່ອນໜ້ານີ້ ແຟນບານຕວກກີໄດ້ຊູທຸງປາເລັດສະຕິນ ແລະປ້າຍຂໍ້ຄວາມ “ເສລີພາບແກ່ປາເລັດສະຕິນ” ຂະນະທີ່ນັກເຕະຂອງເບຊິກຕັສກໍປະຕິເສດການຈັບມືກັບນັກເຕະຂອງທີມອິດສະຣາແອນກ່ອນເລີ່ມເກມ.
ດ້ານກະຊວງມະຫາດໄທຈໍເຈຍລະບຸວ່າ ມີເຈົ້າໜ້າທີ່ຕຳຫຼວດ 3 ຄົນໄດ້ຮັບບາດເຈັບ ແລະມີຜູ້ຖືກຄວບຄຸມຕົວ 16 ຄົນ ໂດຍທາງການຈໍເຈຍອ້າງວ່າ ການປະທະກັນເລີ່ມຂຶ້ນກ່ອນການຊູທຸງ ແລະມີແຟນບານບາງສ່ວນຂວ້າງປ້າຍນັ່ງໃສ່ເຈົ້າໜ້າທີ່. ຂະນະທີ່ຝ່າຍຕວກກີວິຈານວ່າ ມີການໃຊ້ກຳລັງເກີນກວ່າເຫດກັບແຟນບານ.
ສ່ວນສະໂມສອນເບຊິກຕັສໄດ້ອອກຖະແຫຼງການປະນາມການໃຊ້ກຳລັງຂອງເຈົ້າໜ້າທີ່ຈໍເຈຍ ໂດຍລະບຸວ່າເປັນການໃຊ້ກຳລັງທີ່ບໍ່ໄດ້ສັດສ່ວນກັບເຫດການ ພ້ອມທັງຍື່ນຄຳຮ້ອງຮຽນຕໍ່ຢູຟາ ແລະຕິດຕາມຄວາມປອດໄພຂອງແຟນບານຢ່າງໃກ້ຊິດ.

ຂະນະດຽວກັນ ເຫດການນີ້ຍັງໄດ້ກາຍເປັນປະເດັນທາງການທູດ ໂດຍລັດຖະມົນຕີຕວກກີໄດ້ຕິດຕໍ່ຫາຝ່າຍຈໍເຈຍ ເພື່ອສອບຖາມສະຖານະການ ແລະຮຽກຮ້ອງໃຫ້ຄຸ້ມຄອງຄວາມປອດໄພຂອງພົນລະເມືອງຕວກກີ.
ທັງນີ້ ສະໜາມແຂ່ງຂັນນັດດັ່ງກ່າວເດີມມີກຳນົດຈັດຂຶ້ນທີ່ນະຄອນອິສຕັນບູນ ປະເທດຕວກກີ ແຕ່ຖືກຍ້າຍມາຈັດທີ່ເມືອງບາຕູມີ ປະເທດຈໍເຈຍ ຕາມຄຳແນະນຳດ້ານຄວາມປອດໄພຂອງໜ່ວຍງານທີ່ກ່ຽວຂ້ອງ.
ຫຼັງຈາກສະຖານະການສະຫງົບລົງ ການແຂ່ງຂັນໄດ້ກັບມາດຳເນີນຕໍ່ ແລະຈົບລົງດ້ວຍໄຊຊະນະຂອງເບຊິກຕັສ 2-1 ໂດຍທີມເຈົ້າຖິ່ນທີ່ຍ້າຍສະໜາມມາແຂ່ງຂັນເປັນຝ່າຍເອົາຊະນະໄປໃນທີ່ສຸດ.
ທີ່ມາ: civil
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່













