
ສປປ ລາວ ກຽມຮັບບົດບາດເປັນເຈົ້າພາບຈັດສຶກການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຕົ້ນເດືອນທັນວານີ້!

ພິທີຖະແຫຼງຂ່າວ ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ທີ່ ສປປ ລາວ ເປັນເຈົ້າ ພາບ ຈັດຂຶ້ນໃນວັນທີ 11 ພະຈິກນີ້ ທີ່ໂຮງແຮມດອນຈັນພາເລດ, ໂດຍມີທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ປະທານສະຫະພັນກິລາເພາະກາຍແຫ່ງຊາດລາວ ທັງເປັນປະທານຈັດງານກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ (ສສກ) ທັງເປັນຄະນະປະທານຮ່ວມຊີ້ນໍາຈັດການແຂ່ງຂັນເພາະກາຍຊີງແຊັມໂລກ ຄັ້ງທີ 17, ມີບັນດາການນໍາຈາກກະຊວງ, ຄະນະອໍານວຍການ, ຜູ້ໃຫ້ການສະໜັບສະໜູນ, ຄະນະສະຫະພັນກິລາເພາະກາຍ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄໍາພະໄພວັນ ວົງໄຊ ຮອງປະທານ ແລະ ເລຂາທິການສະຫະພັນກິລາເພາະກາຍແຫ່ງຊາດລາວ ກ່າວວ່າ: ການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ກຳນົດຈັດຂຶ້ນໃນວັນທີ 3-9 ທັນວາ 2026 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ນີ້ເປັນໂອກາດສຳຄັນທີ່ປະເທດລາວຈະໄດ້ຕ້ອນຮັບນັກກິລາ ແລະ ຄະນະຜູ້ແທນຈາກຫຼາຍປະເທດ ເຂົ້າຮ່ວມການແຂ່ງຂັນ. ພ້ອມທັງເປັນການສົ່ງເສີມພາບພົດຂອງປະເທດ, ການທ່ອງທ່ຽວ ແລະ ການພັດທະນາກິລາລາວສູ່ເວທີສາກົນ. ປັດຈຸບັນມີຄະນະ ແລະ ນັກກິລາຕອບຮັບເຂົ້າຮ່ວມການແຂ່ງຂັນ ລວມທັງໝົດ 480 ກວ່າຄົນ ຈາກ 41 ປະເທດ.

ດ້ານການກະກຽມສະຖານທີ່, ຄະນະຈັດຕັ້ງໄດ້ວາງແຜນຮອງຮັບການຈັດງານຕາມມາດຕະຖານສາກົນ, ຄວາມປອດໄພ ແລະ ຄວາມສະດວກຂອງນັກກິລາ ແລະ ຜູ້ເຂົ້າຮ່ວມ ການກະກຽມດ້ານທີ່ພັກ-ການເດີນທາງ ເນື່ອງຈາກການແຂ່ງຂັນມີຄະນະນັກກິລາຈາກຫຼາຍປະເທດ. ວຽກງານການຕ້ອນຮັບຈຶ່ງເປັນອີກພາລະກິດໜຶ່ງທີ່ສຳຄັນ. ສ່ວນດ້ານການກຽມຄວາມພ້ອມນັກກິລາເພາະກາຍທີມຊາດລາວ ມີນັກກິລາທັງໝົດ 24 ຄົນ ຍິງ 5 ຄົນ, ລົງແຂ່ງຂັນທັງໝົດ 33 ລາຍການ ໂດຍແບ່ງເປັນແຂ່ງຂັນດ່ຽວຊາຍ 21 ລາຍ ການ, ແຂ່ງຂັນດ່ຽວຍິງ 12 ລາຍການ, ຕັ້ງເປົ້າໝາຍ 4 ຫຼຽນຄຳ 3 ຫຼຽນເງິນ ແລະ 4 ຫຼຽນທອງ ຊຶ່ງການແຂ່ງຂັນຄັ້ງນີ້ ມີການຊີງໄຊ 50 ຫຼຽນຄຳ, 50 ຫຼຽນເງິນ ແລະ 50 ຫຼຽນທອງ.

ສໍາລັບການສະໜັບສະໜູນຈາກພາກລັດ ແລະ ເອກະຊົນ ມາຮອດປັດຈຸບັນການສະໜັບສະໜູນການແຂ່ງຂັນຄັ້ງນີ້ ມີ 24 ພາກສ່ວນ ສາມາດລະດົມເງິນໄດ້ 1.31 ຕື້ກວ່າກີບ ມູນຄ່າຜະລິດຕະພັນ 674 ລ້ານກີບ ລວມທັງໝົດ 1.8 ຕື້ກີບ ແລະ ເງິນ 35,500 ໂດລາ. ເຖິງຢ່າງໃດກໍຕາມ ການທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດການແຂ່ງຂັນກິລາເພາະກາຍຊີງແຊັມໂລກ ຄັ້ງທີ 17 ໃນຄັ້ງນີ້ ຖືເປັນກຽດຕິ ຍົດ ແລະ ໂອກາດອັນສຳຄັນຂອງວົງການກິລາລາວ ພວກເຮົາຄິດສະເໝີວ່າ ການຈັດງານລະດັບໂລກ ບໍ່ແມ່ນພາລະກິດຂອງສະຫະພັນພຽງຝ່າຍດຽວ ແຕ່ເປັນພາລະກິດຮ່ວມຂອງທຸກພາກສ່ວນ ແລະ ຄົນລາວທັງຊາດ. ໃນນາມສະຫະພັນກິລາເພາະກາຍແຫ່ງຊາດລາວ ພວກເຮົາຂໍຢືນຢັນເຖິງຄວາມຕັ້ງໃຈ, ຄວາມພ້ອມ ແລະ ຄວາມຮັບຜິດຊອບໃນການຮ່ວມກັບທຸກພາກສ່ວນ ເພື່ອຈັດງານໃນຄັ້ງນີ້ ໃຫ້ສຳເລັດລຸລ່ວງດ້ວຍດີສົມກຽດສົມສັກສີການເປັນເຈົ້າພາບ ແລະ ສ້າງຊື່ສຽງອັນດີງາມໃຫ້ ສປປ ລາວ ສືບໄປ.


(ແຫຼ່ງຂ່າວ: ວຽງຈັນໃໝ່)
ຂ່າວນີ້ມີປະໂຫຍດບໍ່?
ສົ່ງຕໍ່ໃຫ້ໝູ່ ແລະ ຄອບຄົວ ທີ່ຄວນຮູ້ — ກົດດຽວກໍແບ່ງປັນໄດ້
ອ່ານຕໍ່







